ໃນໄລຍະ 11 ເດືອນ ປີ 2024 ຜ່ານມາ ມູນຄ່າການຄ້າ ລະຫວ່າງ ລາວ-ຫວຽດນາມ ສາມາດບັນລຸ 1,94 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 32,8% ທຽບໃສ່ໄລຍະດຽວກັນຂອງປີ 2023. ສ່ວນມູນຄ່າການນຳເຂົ້າສິນຄ້າ ຈາກຫວຽດນາມ ບັນລຸ 641,8 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 32% ແລະ ມູນຄ່າສົ່ງອອກໄປຫວຽດນາມ ບັນລຸ 1,3 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 26,2%.
ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ລາຍງານໃຫ້ຮູ້ ໃນກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025 ຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ລັດຖະບານ ແຫ່ງ ສປປ ລາວ ຖືເອົາວຽກງານ ການຄ້າ-ການລົງທຶນ ເປັນໜຶ່ງໃນແຜນງານບຸລິມະສິດຂອງລັດຖະບານ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ, ການສ້າງລາຍຮັບເຂົ້າປະເທດ ກໍຄື ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເຊິ່ງພາຍໃນ 11 ເດືອນ ໃນປີ 2024 ນີ້, ມູນຄ່າການຄ້າ ລະຫວ່າງ ລາວ-ຫວຽດນາມ ສາມາດ ບັນລຸ 1,94 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 32,8% ທຽບໃສ່ໄລຍະດຽວກັນຂອງປີ 2023 ໃນນັ້ນ, ການລົງທຶນຈາກ ສສ ຫວຽດນາມ ມີທັງໝົດ 417 ໂຄງການ, ມີມູນຄ່າອະນຸມັດທັງໝົດຫລາຍກວ່າ 4,9 ຕື້ໂດລາສະຫະລັດ, ການລົງທຶນ ຂອງ ຫວຽດນາມ 100% ມີມູນຄ່າ 4,6 ຕື້ໂດລາສະຫະລັດ ເຊິ່ງສ່ວນໃຫຍ່ເປັນການລົງທຶນ ໃນຂະແໜງບໍ່ແຮ່ ມີມູນຄ່າການລົງທຶນ 1.040 ລ້ານໂດລາສະຫະລັດ, ຂະແໜງພະລັງງານໄຟຟ້າ ມີມູນຄ່າການລົງທຶນ 980 ລ້ານໂດລາສະຫະລັດ, ຂະແໜງກະສິກໍາ ມີມູນຄ່າການລົງທຶນ 680 ລ້ານໂດລາສະຫະລັດ ແລະ ຂະແໜງບໍລິການອື່ນໆ ມີມູນຄ່າການລົງທຶນ 2 ຕື້ໂດລາສະຫະລັດ.
ການລົງທຶນ ຈາກ ສສ ຫວຽດນາມ ໃນປັດຈຸບັນ ແມ່ນຈັດຢູ່ໃນອັນດັບ 3 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ.
ຂ່າວ: ທະນູທອງ, ພາບ: ເກດສະໜາ