ສົງສານເດ! ໄຟໄໝ້ເຮືອນໝົດທັ້ງຫຼັງ ລົດໃຫຍ່ຍັງແຕ່ເຫຼັກ

0
119

ບູຮານວ່າ ໂຈນລັກ 10 ເທື່ອ 20 ເທື່ອຍັງບໍ່ເທົ່າໄຟໄໝ້ເທື່ອ 1, ໄຟເປັນໄພອັນຕະລາຍຮ້າຍແຮງ ຖ້າເກີດກັບຄອບຄົວໃດເຖິງກັບໝົດຕົວ ຕ້ອງເລີ່ມນັບ 0 ໃໝ່ ແລະເຫດການທີ່ບໍ່ຢາກໃຫ້ເກີດນີ້ກໍ່ມາເກີດກັບເຮືອນພໍ່ເຖົ້າພິມພາ.

May be an image of 9 people
ຕາມແຫຼ່ງຂ່າວເມືຶອງຊຳເໜືຶອ ລາຍງານໃຫ້ຮູ້ວ່າ: ໃນເວລາ 1 ໂມງເຊົ້າຂອງວັນທີ 14 ມັງກອນ 2025 ໄດ້ເກີດເຫດໄຟຟ້າລັດວົງຈອນແລ້ວໄໝ້ເຮືອນ ພໍ່ເຖົ້າ ພິມພາ ອາຍຸ 82 ປີ ປະຊາຊົນ ບ້ານບັນ ເມືອງຊຳເໜືອ ແຂວງຫົວພັນ ສົ່ງຜົນເຮັດໃຫ້ໄຟໄໝ້ເຮືຶອນຈຳນວນ 1 ຫຼັງ, ລົດຮຸນໄດ 1 ຄັນ, ເງິນສົດຈຳນວນ 10 ລ້ານກີບ, ເງິນຕາຕ່າງປະເທດ 400 ໂດລາສະຫະລັດ ແລະ ເຄື່ອງໃຊ້ພາຍໃນເຮືອນທັງໝົດ.

May be an image of fire and tree

ແຫຼ່ງຂ່າວລາຍງານຕື່ມວ່າໃນເວລານັ້ນເຈົ້າເຮືອນໄດ້ນອນຢູ່ເຮືອນພຽງຄົນດຽວ ແລະ ສາມາດເອົາຕົວຫຼົບໜີເຫດໄດ້ທັນ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບ.

May be an image of 9 people
ປະຈຸບັນ, ອຳນາດການປົກຄອງກຳລັງເກັບກຳຂໍ້ມູນລະອຽດ ເພື່ອໃຫ້ຄວາມຊ່ວຍເຫຼືຶອເບີ່ງແຍງຕໍ່ຄອບຄົວຜູ່ກ່ຽວ. ຖ້າຫາກພາກສ່ວນໃດມີຈຸດປະສົງຢາກຊ່ວຍເຫຼືອ ສາມາດຕິຕໍ່ຫາຍາດພີ່ນ້ອງ ຫຼື ອຳນາດການປົກຄອງບ້ານໄດ້ ຕາມເບີໂທ: ຄອບຄົວຜູ້ເສຍຫາຍແມ່ນ 02054777297, 02054777500; ອານາດການປົກຄອງບ້ານບັນ: 02051135326

LEAVE A REPLY

Please enter your comment!
Please enter your name here