ເປີດຕົວ 20 ນາງສາວທີ່ເຂົ້າຮອບຕັດສິນ ໃນງານປະກວດ ນາງສາວດອກງິ້ວບານ 2025

0
57

ກອງປະກວດນາງສາວດອກງິ້ນບານ ຮ່ວມກັບ ຄະນະບໍລິຫານງານ ຊາວໜຸ່ມ ແຂວງບໍ່ແກ້ວ ເປີດຮັບສະໝັກນາງສາວ ເຂົ້າຮ່ວມປະກວດໃນເວທີ ນາງສາວດອກງິ້ວບານ 2025 ພາຍໃຕ້ຄໍາຂວັນ “ ບໍ່ແກ້ວມະນີລໍ້າຄ່າ ຊົມປ່າດອກງິ້ວບານ ຊົມຖໍ້ານໍ້າຍູ້ ອູ່ສາວລາວຍວນ ຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສະວັນນະຜ້າຄໍາ ” ໂດຍເລີ່ມເປີດຮັບສະໝັກຈົນເຖິງວັນທີ 5 ມັງກອນ 2025 ແລະ ກ່ອນໜ້ານີ້ໄດ້ແຂ່ງຂັນຮອບຄັດເລືອກວັນທີ 7 ມັງກອນ 2024 ທີ່ ຫໍວັດທະນະທຳແຂວງ ບໍ່ແກ້ວ.

ຫຼ້າສຸດໄດ້ມີການປະກາດລາຍຊື່ ຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ໃນການປະກວດ “ນາງ ສາວດອກງິ້ວບານ ປະຈໍາປີ 2025 ເຊິ່ງເປັນນາງສາວທີ່ມາຈາກທັງ 5 ເມືອງຂອງແຂວງບໍ່ແກ້ວ ກ່ອນຈະມີການປະກວດຮອບຕັດສິນ ວັນທີ 01-02 ກຸມພາ 2025 ທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນເທດສະການດອກງິ້ວບານ ຄັ້ງທີ 22.

ໂດຍຜູ້ເຂົ້າຮອບ 20 ຄົນສຸດທ້າຍ ເບິ່ງຕາມຮູບລຸ່ມນີ້:

ສໍາລັບ ເທດສະການ ດອກງິ້ວບານ 2025 ຈັດມາເປັນຄັ້ງທີ XXII ທີ່ເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ໂດຍມີຫຼາຍກິດຈະກໍາທີ່ສໍາຄັນໃຫ້ທ່ຽວຊົມ ໄປພ້ອມກັບການຊົມຄວາມງົດງາມຂອງດອກງິ້ວທີ່ກໍາລັງເບັ່ງບານ ໂດຍໃນປີທີ່ຜ່ານມາມີຫຼາກຫຼາຍກິດຈະກໍາຄື:
1) ການປະກວດນາງສາວດອກງິ້ວບານ ປະຈໍາປີ 2024
2) ການປະກວດນາງສາວທ່ອງທ່ຽວລາວ ປະຈໍາປີ 2024
3) ການສະແດງສິລະປະ-ວັນນະຄະດີ ກໍານົດເວລາການສະແດງແມ່ນຕອນບ່າຍ ແລະ ກາງຄືນ
4) ການແຂ່ງຂັນກິລາຕີກ໊ອຟ ຊິງຂັນລາງວັນ ດອກງິ້ວຄໍາ ຄັ້ງທີ 1 ຈະໄດ້ຈັດຂຶ້ນທີ່ສະໜາມກ໊ອຟສາກົນສາຍພູກິ່ວລົມ
5) ການວາງສະແດງ ແລະ ຈໍາໜ່າຍສິນຄ້າ
6)ການການແຂ່ງກິລາຕີມວຍ
7) ການສະແດງບິນໂດຣນ ເພື່ອສ້າງສີສັນ ແລະ ຄວາມຕື່ນເຕັ້ນ ເຊິ່ງຖືໄດ້ວ່າເປັນກິດຈະກໍາໃໝ່ ໂດຍນໍາໃຊ້ໂດຣນຈໍານວນ 1.000 ລໍາ ບິນຂຶ້ນທ້ອງຟ້າ ແລະ ເປີດດອກໄຟປະກອບເປັນຮູບພາບຕ່າງໆ
8)ການສະແດງຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟ: ຈະໄດ້ຈູດທັງກາງ ເວັນ ແລະ ກາງຄືນ
ຂ່າວ: Larh Creators ; ຮູບຈາກ: Miss Kapok ນາງສາວດອກງິ້ວບານ

LEAVE A REPLY

Please enter your comment!
Please enter your name here