ໃນວັນທີ 09 ມັງກອນ 2025 ທີ່ຜ່ານມາ, ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ມີພິທີເຊັນສັນຍາຊື້-ຂາຍໄຟຟ້າ (PPA) ຂື້ນ ໂດຍການລົງນາມສອງຝ່າຍຕາງໜ້າ ບໍລິສັດ ຄຸນໄຊ ພັດທະນາ ກໍ່ສ້າງຈຳກັດຜູ້ດຽວ ທ່ານ ເຄນຄໍາ ສີລາຊາ ປະທານກຸ່ມບໍລິສັດ ຄຸນໄຊ ພັດທະນາ ກໍ່ສ້າງຈຳກັດຜູ້ດຽວ ແລະ ທ່ານ ປອ ບຸນແທນ ຈັນສະໄໝ ຮອງຜູ້ອໍານວຍການໃຫຍ່ ຟຟລ ຕາງໜ້າ ລັດວິສາຫະກິດໄຟຟ້າລາວ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ປອ ອາດົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ຟຟລ, ມີຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ບໍລິຫານ 2 ຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂຄງການພະລັງງານໄຟຟ້າແສງຕາເວັນແມ່ນຕັ້ງຢູ່ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມີກໍາລັງຕິດຕັ້ງທັງໝົດ 100 ເມກາວັດ ເຊິ່ງເປັນໂຄງການລົງທຶນຂອງເອກະຊົນ ພະລັງງານທີ່ຜະລິດໄດ້ທັງໝົດແມ່ນຈະຂາຍໃຫ້ ຟຟລ ແລະ ຈະເຊື່ອມຕໍ່ເຂົ້າລະບົບໄຟຟ້າຂອງ ສະຖານີໄຟຟ້າ ປາກບໍ່ ແຂວງສະຫວັນນະເຂດ ຈຸດປະສົງເພື່ອຊ່ວຍສະໜອງໄຟຟ້າພາຍໃນປະເທດ ເວົ້າລວມ ໂດຍສະເພາະ ແຂວງສະຫວັນນະເຂດ ລວມທັງແຂວງໃກ້ຄຽງ ໃຫ້ມີພະລັງງານໄຟຟ້າໃຊ້ຢ່າງພຽງພໍ ກັບຄວາມຕ້ອງການ.
ໂຄງການນີ້ຈະຊ່ວຍໃຫ້ໄຟຟ້າລາວມີຄວາມສະຖຽນລະພາບດ້ານພະລັງງານເພີ່ມຂຶ້ນ ຄຽງຄູ່ກັບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ໃນຂະນະດຽວກັນ ແມ່ນຈະຊ່ວຍຫຼຸດຜ່ອນການນໍາເຂົ້າ ພະລັງງານໄຟຟ້າຈາກຕ່າງປະເທດ ທີ່ມີລາຄາແພງ ໂຄງການດັ່ງກ່າວຄາດວ່າຈະໃຊ້ເວລາການກໍ່ສ້າງໃຫ້ສໍາເລັດ ແລະ ສາມາດສົ່ງໄຟເຂົ້າລະບົບ ຂອງ ຟຟລ ພາຍໃນຕົ້ນປີ 2026.