ໃນໄລຍະວັນທີ 11-12 ມັງກອນ 2025 ຜ່ານມາ, ສະຖາບັນຂົງຈື ໄດ້ຈັດຕັ້ງການສອບເສັງທຽບລະດັບພາສາຈີນ HSK ແລະ HSKK, ເຊິ່ງມີຜູ້ສະໝັກສອບເສັງທັງໝົດຈໍານວນ 1.285 ຄົນ ເຊິ່ງແບ່ງອອກເປັນ 46 ຫ້ອງສອບເສັງ, ການສອບເສັງແມ່ນເສັງລະດັບ 3 ເຖິງລະດັບ 6 ແລະ ການສອບເສັງ HSKK(ພາກເວົ້າ) ລະດັບຕົ້ນເຖິງລະດັບສູງ.
ກ່ອນການສອບເສັງ ທາງສະຖາບັນໄດ້ຈັດຝຶກອົບຮົມ, ປະຖົມນິເທດ ເຖິງກົດລະບຽບຕ່າງໆໃນການຍາມຫ້ອງເສັງໃຫ້ແກ່ຄູອາຈານ ຝ່າຍລາວ ແລະ ຝ່າຍຈີນ. ການສອບເສັງໄດ້ປະຕິບັດຕາມລະບຽບຫຼັກການຂອງສູນສອບເສັງພາສາຈີນສາກົນແຫ່ງຊາດຈີນວາງອອກ, ພ້ອມດຽວກັນນັ້ນ ການສອບເສັງໃນຄັ້ງນີ້ ແມ່ນໄດ້ຮັບການເອົາໃຈໃສ່ຢ່າງໃກ້ຊິດຕິດແທດຈາກຄະນະນໍາ ມຊ ໂດຍ ທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ພ້ອມດ້ວຍຄະນະອຳນວຍການ ແລະ ພະນັກງານ, ຄູ-ອາຈານ ຝ່າຍລາວ-ຝ່າຍຈີນ ສະຖາບັນຂົງຈື ກໍໄດ້ຊີ້ນໍາ, ຕິດຕາມການສອບເສັງດັ່ງກ່າວ.
ຜົນການສອບເສັງແມ່ນນັກສອບເສັງສາມາດກວດສອບຜົນການສອບເສັງໄດ້ພາຍຫຼັງການສອບເສັງ 1 ເດືອນ, ເຊິ່ງສາມາດເຂົ້າ
ເພື່ອກວດ ແລະປີ້ນຜົນການສອບເສັງ, ສ່ວນຜົນການສອບເສັງສະບັບເຈ້ຍນັກສອບເສັງສາມາດມາເອົາໄດ້ໃນທ້າຍເດືອນ ມີນາ 2025 (ສອບຖາມຂໍ້ມູນໃນໂມງລັດຖະການ 021-720120).