ຊົນລະປະທານ ນໍ້າຄ່ອມ 2 ມູນຄ່າການສ້ອມແປງ 2,5ຕື້ກີບ ໄດ້ສໍາເລັດແລ້ວ ແລະ ສາມາດສະໜອງນ້ຳໃນເນື້ອທີ່ທຳການຜະລິດ ຈຳນວນ 120 ເຮັກຕາ, ລະດູແລ້ງ 80 ເຮັກຕາ. ມີຊາວກະສິກອນຜູ້ໄດ້ຮັບຜົນປະໂຫຍດຈຳນວນ 181 ຄອບຄົວ, ກວມເອົາ 3 ບ້ານຄື : ບ້ານດອນຕັນ, ບ້ານ ທາດ ແລະ ບ້ານປ່າຫວ້ານ.
ໃນວັນທີ 8 ມັງກອນ 2025 ທ່ານ ຈັດຕະວາ ແກ້ວຄຳເພັດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ປະທານຄະນະກຳມາທິການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ໂຄງການກໍ່ສ້າງສ້ອມແປງຊົນລະປະທານນໍ້າຄ່ອມ 2 ບ້ານດອນຕັນ ໂດຍມີທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ສະພາປະຊົນຂັ້ນແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.
ໃນໂອກາດທີ່ທ່ານ ຈັດຕະວາ ແກ້ວຄໍາເພັດ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວ ຊຸກຍູ້ ຕິດຕາມກວດກາ ໂຄງການດັ່ງກ່າວ ທ່ານຍັງໄດ້ຮັບຟັັັັັງການລາຍງານໂຄງການກໍ່ສ້າງສ້ອມແປງຊົນລະປະທານນໍ້າຄ່ອມ 2 ບ້ານດອນຕັນ ພາຍຫຼັງຖືກຜົນກະທົບຈາກອິດທິພົນຂອງພາຍຸ ຢາກິ (Yagi) ໃນປີຜ່ານມາ ເຮັດໃຫ້ຫົວງານເປ່ເພເສຍຫາຍ ເຊີ່ງມີຜົນກະທົບໃນການສະໜອງນ້ຳໃຫ້ແກ່ການຜະລິດ ດັ່ງນັ້ນທາງອົງການປົກເມືອງຊຽງຮ່ອນ ຫ້ອງການກະສິ
ກຳ ແລະ ປ່າໄມ້ເມືອງ ໄດ້ສົມທົບກັບ ບໍລິສັດນໍ້າເຜີ້ງສົ່ງເສີມການປູກພືດລະດູແລ້ງ ໄດ້ຮ່ວມກັນສົມທົບທຶນເຂົ້າໃນການກໍ່ສ້າງສ້ອມແປງຫົວງານດັ່ງກ່າວ. ຊົນລະປະທານນໍ້າຄ່ອມ 2 ສາມາດສະໜອງນ້ຳໃນເນື້ອທີ່ທຳການຜະລິດ ຈຳນວນ 120 ເຮັກຕາ, ລະດູແລ້ງ 80 ເຮັກຕາ. ມີຊາວກະສິກອນຜູ້ໄດ້ຮັບຜົນປະໂຫຍດຈຳນວນ 181 ຄອບຄົວ, ກວມເອົາ 3 ບ້ານຄື : ບ້ານດອນຕັນ, ບ້ານ ທາດ ແລະ ບ້ານປ່າຫວ້ານ, ນອກນັ້ນຍັງໄດ້ສະໜອງນໍ້າເຂົ້າໃສ່ໜອງຊາງແຫຼ່ງທ່ອງທ່ຽວຂອງເມືອງໄດ້ຕະຫຼອດປີ. ໂຄງການກໍ່ສ້າງສ້ອມແປງນ້ຳຄ່ອມ 2ບ້ານ ດອນຕັນເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 15 ພະຈິກ 2024 ລວມມູນຄ່າໃນການກໍ່ສ້າງສ້ອມແປງທັງໝົດ: 2.500.000.000 ກີບ ມາຮອດປະຈຸບັນສຳເລັດແລ້ວ 100%.
ໂອກາດທີ່ ທ່ານ ຈັດຕະວາ ແກ້ວຄຳເພັດ ສະມາຊິກສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງໄຊຍະບູລີ ໄດ້ລົງຕິດຕາມຊຸກຍູ້ໃນຄັ້ງນີ້ ທ່ານຍັງໄດ້ເໜັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງໃຫ້ສືບຕໍ່ເອົາໃຈໃສ່ປົກປັກຮັກຊົນລະປະທານດັ່ງກ່າວໃຫ້ນໍາໃຊ້ໄດ້ຍາວນານ, ສືບຕໍ່ຊຸກຍູ້ໃຫ້ປະຊາຊົນມີການຜະລິດຢ່າງເປັນຂະບວນກ້ວາງຂວາງ.
ໂດຍ: ຖວທ ເມືອງຊຽງຮ່ອນ.