ພູຜາ ຈັນທະວົງ ນັກເທັນນິສເຍົາວະຊົນລາວ ອອກເດີນທາງຮ່ວມລາຍການໃຫຍ່ ທີ່ປະເທດສີລັງກາ

0
82

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກກິລາພອນສະຫວັນ ທີ່ສາມາດຫຼິ້ນກິລາໄດ້ຫຼາຍປະເພດ ຄືບານເຕະ ແລະ ເທັນນິສ ຫຼ້າສຸດໄດ້ເປັນຕົວແທນເຍົາະຊົນລາວ ໄດ້ອອກເດີນທາງຮັບໃຊ້ຊາດ ເຂົ້າຮ່ວມໃນລາຍການແຂ່ງຂັນເທັນນິສ ຊີງແຊ໋ມນາໆຊາດ ຫຼື ITF ASIA14&UNDERDEVLOPMENT CHAMPOINSHIPS 2025 ຈະຈັດຂຶ້ນ ລະຫ່ວາງວັນທີ 13-25 ມັງກອນ 2025 ທີ່ປະເທດສີລັງກາ.

ພູຜາ ຈັນທະວົງ ໄດ້ອອກເດີນທາງກັບຄູຝຶກເທັນນິສເຍົາວະຊົນລາວ ໃນວັນທີ 11 ມັງກອນ 2025 ທີ່ສະໜາມິນສາກົນວັດໄຕ ໂດຍມີທ່ານ ພອນເພັງ ຈັນທະວົງ ເປັນພໍ່ ແລະ ນັກກິລາເພື່ອນຮ່ວມສະໂມສອນ ເທັນນິສ ດອນນົກຂຸ້ມ ໄດ້ມາສົ່ງ ແລະ ໃຫ້ກຳລັງໃຈ ພູຜາ ຕ້້ອງມາຕິດຕາມຜົນງານນຳກັນ ໜູນ້ອຍ ມະຫັດສະຈັນເທັນນິສລາວ ສູ້ໆ ເພື່ອຊາດ ນຳເອົາກຽດສັກສີມາສູ່ສປປ ລາວ ລາວສູ້ໆ.

ສໍາລັບ ພູຜາ ຈັນທະວົງ ປັດຈຸບັນ ອາຍຸພຽງ 11 ປີ ເກີດທີ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຂົ້າໂຮງຮຽນທີ່ ໂຮງຮຽນນາໆຊາດ ກຽດຕິສັກ ຜົນງານໃນການຫຼິ້ນກິລາເທັນນິສ ແມ່ນສາມາດຍາດໄດ້ແຊ໋ມ ລາຍການ ນໍ້າດື່ມຫາຫົວເສືອ ເຖິງ 3 ສະໄໝຕິດຕໍ່ກັນ.

ສ່ວນຜົນງານໃນການຫຼິ້ນກິບານເຕະ ກໍສາມາດພາທີມ ວຽງຈັນ ເອັຟທີ ຄວ້າແຊ໋ມລາຍການລະດັບປະເທດ ໄດ້ຫຼາຍລາຍການ ແລະ ຍັງໄດ້ຮ່ວມ ສະໂມສອນ ມາສດ້າ ສ້າງຜົນງານ ທະລຸເຂົ້າຮອບ 8 ທີມສຸດທ້າຍ ໃນລາຍການ TAR 2024 ລາຍການຄັດເລືອກແຊ໋ມໄປປະເທດສະເປນ ທີ່ຫາກໍຜ່ານມານີ້ອີກດ້ວຍ

LEAVE A REPLY

Please enter your comment!
Please enter your name here