ບາເຊໂລນາ ຖະຫຼົ່ມ ຣີລ ມາດຣິດ ຄວ້າແຊັມ ຊຸບເປີ ຄັບ ສະໄໝທີ 15

0
100

ບາເຊໂລນາ ໄລ່ຖະຫຼົ່ມ ຣີລ ມາດຣິດ 5-2 ຄວ້າແຊັມການແຂ່ງຂັນບານເຕະ ຊຸບເປີ ຄັບ ເດ ເອັສປັນຢາ ໄປຄອງສະໄໝທີ 15 ເມື່ອວັນທີ 12 ມັງກອນ 2025 ທີ່ປະເທດຊາອຸດິ ອາຣະເບຍ.

ນັດດັ່ງກ່າວ ບາເຊໂລນາ ໄດ້ປະຕູຈາກ ລາມີນ ຢາມາລ ນາທີໆ 22, ໂຣເບິດ ເລວານດອຟສະກີ້ ຈາກຈຸດໂທດນາທີໆ 35, ຣາຟິນຢາ 2 ປະຕູນາທີໆ 39 ກັບ 48 ແລະ ບັລເດ ນາທີໆ 45+10, ສ່ວນ ຣີລ ມາດຣິດ ໄດ້ປະຕູຈາກ ເອັມບັບເປ ນາທີໆ 5 ແລະ ໂຣດຣີໂກ ນາທີໆ 60 ໂດຍທາງ ບາເຊໂລນາ ຕ້ອງເຫຼືອຜູ້ຫຼ້ິນ 10 ຄົນໃນນາທີໆ 56 ເມື່ອ ວອຍເຊັກ ເຊສນີ ໄດ້ໃບແດງຖືກໄລ່ອອກຈາກສະໜາມ.

ກ່ອນຈົບການແຂ່ງຂັນ ບາເຊໂລນາ ເອົາຊະນະ 5-2 ຄວ້າແຊັມບານເຕະ ຊຸບເປີ ຄັບ ເດ ເອັສປັນຢາ ໄປຄອງຢ່າງຍິ່ງໃຫຍ່ເປັນສະໄໝທີ 15.

LEAVE A REPLY

Please enter your comment!
Please enter your name here