ຄວາມຄືບໜ້າ ການຕິດຕາມການຊີເຈາະສຳຫຼວດເຂດດິນຍຸບ ຮອດວັນທີ 10 ມັງກອນ 2025 ແມ່ນສືບຕໍ່ເຈາະທັງ 2 ເຄື່ອງຄື: ເຄື່ອງເຈາະທີ 1 ເຈາະຮອດລະດັບຄວາມເລິກ 119,30 ແມັດ ເຫັນວ່າ ໃນໄລຍະທີ 104,30-108,30 ແມັດ ບໍ່ມີຕົວຢ່າງຂຶ້ນມາ (ມີຊ່ອງຫວ່າງ 4 ແມັດ) ພົບຊັ້ນເກືອໃນລະດັບຄວາມເລິກ 115,20 -119,30 ແມັດ (ຊັ້ນເກືອຍັງບໍ່ສຸດ); ເຄື່ອງທີ 2 ເຈາະໄດ້ຄວາມເລິກ 164,40 ແມັດ ເຫັນວ່າ ໃນໄລຍະທີ 112,00-164,40 ແມັດ ແມ່ນເປັນຊັ້ນເກືອທັງໝົດ (ຊັ້ນເກືອຍັງບໍ່ສຸດ) ແລະ ເຄື່ອງເຈາະທີ 3 ກໍາລັງດໍາເນີນການຕິດຕັ້ງ ແລະ ຈະເລີ່ມເຈາະໃນວັນທີ 11 ມັງກອນ, ຊຶ່ງຄາດຄະເນວ່າຈະສໍາເລັດການຊີເຈາະໃນວັນທີ 20 ມັງກອນ 2025, ພາຍຫລັງສໍາເລັດການຊີເຈາະເບິ່ງໂຄງສ້າງຂອງດິນແລ້ວຈະໄດ້ນໍາໄປວິໄຈຕາມຂັ້ນຕອນ ເພື່ອຊອກສາເຫດການເກີດສະພາບດິນຍຸບຕົວ.
ໃນວັນທີ 10 ມັງກອນ 2025, ທ່ານ ຄໍາປ່ຽນ ມະນີຄໍາ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ແຂວງຄໍາມ່ວນ ໄດ້ເຄື່ອນໄຫວຕິດຕາມຄວາມຄືບໜ້າການດໍາເນີນງານຊີເຈາະສໍາຫລວດ ສະພາບດິນຍຸບຕົວຢູ່ໃນເນື້ອທີ່ນາຂອງປະຊາຊົນບ້ານປາກເປັ່ງ ເຂດສໍາປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ (ຈຸດທີ່ຍຸບຕົວແມ່ນຈຸດທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນແຮ່ໃຕ້ດິນ) ໂດຍມີອໍານາດການປົກຄອງບ້ານ ແລະ ພາກສ່ວນຕາງໜ້າບໍລິສັດ, ທັງນີ້ກໍເພື່ອປະຕິບັດຕາມທິດຊີ້ນໍາຂອງການນໍາແຂວງຄໍາມ່ວນ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ເຫດການດັ່ງກ່າວ.
ສ່ວນຄວາມຄືບໜ້າ ແລະ ສາເຫດລະອຽດການເກີດສະພາບດິນຍຸບຕົວ ທາງຂະແໜງກ່ຽວຂ້ອງຈະໄດ້ນໍາສະເໜີ ເປັນແຕ່ລະໄລຍະ ໂດຍຜ່ານທາງສື່ມວນຊົນທີ່ເປັນທາງການ.
ຂ່າວ: ມະນີວັນ