ອົງການກາແດງແຫ່ງຊາດລາວ ສືບຕໍ່ມອບເງິນສົດ ໃຫ້ຜູ້ໄດ້ຮັບຜົນກະທົບຈາກໄຟນ້ຳຖ້ວມທີ່ບ້ານນາ 90 ລ້ານກວ່າກີບ

11 Jan 2025

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 9 ມັງກອນ 2025 ອົງການກາແດງແຫ່ງຊາດລາວ ໄດ້ສືບຕໍ່ມອບເງິນສົດແບບບໍ່ມີເງື່ອນໄຂໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ບ້ານນາ ເມືອງຮຸນ ແຂວງອຸດົມໄຊ ຈຳນວນ 56 ຄອບຄົວລວມມູນຄ່າ 90.800.000 ກີບ ໂດຍເປັນກຽດມອບຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ,ມີຄະນະນຳເມືອງ, ອານາດການປົກຄອງເມືອງ,ບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ ການຊ່ວຍເຫຼືອລັກສະນະນີ້ຈະຊ່ວຍໃຫ້ປະຊາຊົນໄດ້ນຳເອົາເງິນທີ່ໄດ້ຮັບໄປຊື້ວັດຖຸສິ່ງຂອງ,ອາຫານການກິນແລະຢາປົວພະຍາດ ທີ່ຈຳເປັນເຂົ້າໃນຄອບຄົວຂອງຕົນ

ນອກນັ້ນ,ທີມງານແຈກຢາຍເງິນສົດໃຫ້ຜູ້ໄດ້ຮັບຜົນກະທົບທີ່ນອນໃນເປົ້າໝາຍຂອງໂຄງການຍັງໄດ້ສືບຕໍ່ໃນການແຈກຢາຍເງິນສົດໃຫ້ປະຊາຊົນຢູ່ 08 ແຂວງພາຍໃຕ້ໂຄງການ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ໂດຍຜ່ານກອງທຶນຕອບໂຕ້ເຫດການສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ(IFRC) ເພື່ອຈະນໍາໄປຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນທີ່ຖຶກຜົນກະທົບຈາກພາຍຸໃຕ້ຝຸ່ນ ແລະ ນໍ້າຖ້ວມໄລຍະຜ່ານມາ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນມັງກອນນີ້.

ໃນໂອກາດດຽວກັນຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກແລະເກີບ ຈຳນວນໜຶ່ງ ນຳມາມອບໃຫ້ປະຊາຊົນບ້ານນາ ເມືອງຮຸນ ແຂວງອຸດົມໄຊ ທີ່ທຸກຍາກຂາດເຂີນຈຳນວນ 20 ຄອບຄົວ ລວມມູນຄ່າ ທັງໝົດ 18 ລ້ານກວ່າກີບ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ