ພວກເຮົາໄດ້ເຕືອນກັນມາະຕຫຼອດກ່ຽວກັບການໄປຊື້ເຄື່ອງຂອງມາໃຊ້ມາກິນ ຕ້ອງກວດສອບໃຫ້ດີ ໂດຍສະເພາະແມ່ນວັນເດືອນປີທີ່ຜະລິດ ມັນອາດເຮັດໃຫ້ເສຍເວລາ ແຕ່ຍອມເສຍເວລາເພື່ອມາແລກກັບຄວາມສ່ຽງທີ່ອາດເປັນອັນຕະລາຍຕໍ່ຊີວິດໄລຍະຍາວໄດ້.

ໃນວັນທີ 8 ທັນວາ 2025 ນີ້, ຄະນະຄວບຄຸມອາຫານ ແລະ ຢາເມືອງຊຽງຄໍ້, ແຂວງຫົວພັນໄດ້ທຳລາຍສິນຄ້າໝົດອາຍຸເສື່ອມຄຸນນະພາບຂຶ້ນຢູ່ທີ່ສະໜາມຂີ້ເຫຍື້ອເມືອງຊຽງຄໍ້.

ເຄື່ອງທີ່ນຳມາທຳລາຍໃນຄັ້ງນີ້ແມ່ນໄດ້ມາຈາກການລົງກວດກາຕາມຮ້ານຂາຍສົ່ງ ແລະ ຂາຍຍ່ອຍຕ່າງໆທົ່ວເມືອງຊຽງຄໍ້ ເຊິ່ງຄະນະຄວບຄຸມອາຫານ ແລະຢາເມືອງ ໄດ້ລົງເຄື່ອນໄຫວແຕ່ວັນທີ 9-23ທັນວາ 2024 ຜ່ານມາໃນທົ່ວເມືອງຊຽງຄໍ້ມີຮ້ານຂາຍເຄື່ອງທັງໝົດ 150 ຮ້ານເຊິ່ງກວດພົບສິນຄ້າໝົດອາຍຸປະເພດຕ່າງໆເຊັ່ນ: ນ້ຳອັດລົມ,ນົມ,ເອັມ100, ໝີ່, ເຂົ້າໜົມ ແລະ ປະເພດເຄື່ອງສຳອາງມີ ສະບູ່ ,ແປ້ງ,ຄີມ ແລະ ໂລຊັ່ນ ລວມມູນຄ່າສິນຄ້າທີ່ກວດພົບແລະນຳມາທຳລາຍໃນຄັ້ງນີ້ເກືອບ 7 ລ້ານກີບ.

ຂ່າວຈາກ: ຫ້ອງການ ຖວທ ເມືອງຊຽງຄໍ້