ມາເລເຊຍ – ສິງກະໂປ ຈັບມືສ້າງເຂດເສດຖະກິດໃໝ່

0
47

ຜູ້ນຳມາເລເຊຍ ແລະ ສິງກະໂປ ລົງນາມຂໍ້ຕົກລົງຢ່າງເປັນທາງການໃນການຈັດຕັ້ງ ເຂດເສດຖະກິດພິເສດ ເຊື່ອມໂຍງພື້ນທີ່ຊາຍແດນຂອງທັງສອງປະເທດ ໂດຍມີເປົ້າໝາຍທີ່ຈະດຶງດູດໂຄງການລົງທຶນຈຳນວນ 50 ໂຄງການໃນໄລຍະ 5 ປີທຳອິດ.

อาจเป็นรูปภาพของ 2 คน และ แท่นบรรยาย

ສຳນັກຂ່າວບລູມເບີກ ລາຍງານວັນທີ 7 ມັງກອນວ່າ: ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ແລະ ທ່ານ ລໍເຣນ ຫວ່ອງ ນາຍົກລັດຖະມົນຕີ ສິງກະໂປ ໄດ້ເປັນປະທານໃນພິທິລົງນາມເປີດໂຄງການເຂດເສດຖະກິດໃນລັດຍະໂຮທາງຕອນໃຕ້ຂອງມາເລເຊຍ ເຊິ່ງມີດ່ານຊາຍແດນທີ່ມີຜູ້ຄົນສັນຈອນໜາແໜ້ນທີ່ສຸດແຫ່ງໜຶ່ງຂອງໂລກກັບສິງກະໂປ.

ນີ້ເປັນໂຄງການສຳຄັນທີ່ສ້າງຂຶ້ນບົນໂຄງສ້າງທີ່ເກື້ອໜູນກັນລະຫວ່າງສິງຫະໂປ ກັບຍະໂຮ ເພື່ອໃຫ້ທັງສອງຝ່າຍສາມາດເພີ່ມຂີດຄວາມສາມາດໃນການແຂ່ງຂັນຍົກລະດັບຈຸດແຂງຂອງເຮົາ ແລະ ຮ່ວມກັນດຶງດູດການລົງທຶນເພີ່ມຕື່ມສູ່ຊາຍຝັງຂອງເຮົາ,  ທ່ານ ລໍເຣນ ຫວ່ອງ ນາຍົກລັດຖະມົນຕີ ສິງກະໂປ ກ່າວ.

ທັງສອງປະເທດ ໃຫ້ຄຳໝັ້ນສັນຍາທີ່ຈະສ່ົ່ງເສີມ ແລະ ອຳນວຍຄວາມສະດວກໃກ້ກັບໂຄງການທັງໝົດ100ແຫ່ງພາຍໃນໄລຍະເວລາ10ປີທຳອິດ. ສິ່ງຈູງໃຈຕ່າງໆລວມເຖິງອັດຕາພາສີລາຍໄດ້ນິຕິບຸກຄົນ ແລະ ບຸກຄົນທຳມະດາ ລະດັບພິເສດຈະຊ່ວຍດຶງດູດການລົງທຶນໃໝ່.

ເຈົ້າໜ້າທີ່ລັດຍະໂຮມາເລເຊຍ ຄາດວ່າ: ເຂດເສດຖະກິດແຫ່ງນີ້ ຈະສ້າງງານໃໝ່ຈຳນວນ100.000ຕຳແໜ່ງ ແລະ ເພີ່ມມູນຄ່າເພີ່ມໃຫ້ກັບເສດຖະກິດມາເລເຊຍ2,6ໝື່ນລ້ານໂດລາສະຫະລັດຕໍ່ປີ ພາຍໃນປີ2030 ເຊິ່ງສ່ວນ ໃຫຍ່ຈະມາຈາກການລົງທຶນໃໝ່ ແລະ ບໍລິສັດທີ່ຕັ້ງຢູ່ໃນສິງກະໂປຂະຫຍາຍ ຫຼື ຍ້າຍຖານການຜະລິດມາ ມາເລເຊຍ ເຊິ່ງມີພື້ນທີ່ ແລະ ຖານການຈ້າງງານໃຫຍ່ ກວ່າສິງກະໂປ.

LEAVE A REPLY

Please enter your comment!
Please enter your name here