ສຳນັກຂ່າວຕ່າງປະເທດລາຍງານວ່າ: ຕະຫຼາດຊິບທົ່ວໂລກຈະຂະຫຍາຍຕົວ 11,2% ເປັນ 697,2 ຕື້ໂດລາ ໃນປີ 2025, ຍ້ອນຄວາມຕ້ອງການເຊມິຄອນດັກເຕີ ສໍາລັບນໍາໃຊ້ໃນສູນຂໍ້ມູນ ແລະ ສະມາດໂຟນ ທີ່ຕິດຕັ້ງເຕັກໂນໂລຊີປັນຍາປະດິດ (AI).
ອົງການສະຖິຕິການຄ້າ ເຊມິຄອນດັກເຕີໂລກ ຊຶ່ງສ້າງຕັ້ງຂຶ້ນໂດຍກຸ່ມຂອງຜູ້ຜະລິດຊິບ (chip) ທີ່ສໍາຄັນ ລະບຸໃນລາຍງານທ່າອ່ຽງຫຼ້າສຸດວ່າ: ການນໍາໃຊ້ເຕັກໂນໂລຊີ AI ທີ່ເພີ່ມຂຶ້ນພາຍໃນປະເທດ ແລະ ອຸດສາຫະກໍາຕ່າງໆ ໄດ້ກະຕຸ້ນໃຫ້ ຄວາມຕ້ອງການຊິບເພີ່ມຂຶ້ນ. ເນື່ອງຈາກບໍລິສັດເຕັກໂນໂລຊີທົ່ວໂລກເລັ່ງຊອກຫາການສະໜອງໃຫ້ພຽງພໍສຳລັບສູນຂໍ້ມູນທີ່ຮອງຮັບການພັດທະນາ generative AI ແລະ ອຸປະກອນທີ່ໃຊ້ເຕັກໂນໂລຊີ AI.
ເມື່ອພິຈາລະນາຕາມປະເພດຜະລິດຕະພັນ ຄາດວ່າຄວາມຕ້ອງການ Semiconductor Logic ຊຶ່ງເຮັດໜ້າທີ່ເປັນສະໝອງຂອງອຸປະກອນເອເລັກ ໂຕຣນິກ ຈະຂະຫຍາຍຕົວ 16,8% ເປັນ 243,9 ຕື້ໂດລາ. ໃນຂະນະທີ່ຄວາມຕ້ອງການຊິບໜ່ວຍຄວາມຈໍາ ເຊິ່ງນໍາໃຊ້ໃນການເກັບຮັກສາຂໍ້ມູນ ຄາດວ່າຈະເພີ່ມຂຶ້ນ 13,4% ເປັນ 189,4 ຕື້ໂດລາ.
ເມື່ອພິຈາລະນາຕາມພາກພື້ນ ຄາດວ່າທະວີບອາເມຣິກາ ຈະຂະຫຍາຍຕົວສູງສຸດ ຢູ່ທີ່ 15,4% ເປັນມູນຄ່າ 215,3 ຕື້ໂດລາ, ຮອງລົງມາຄືພາກພື້ນອາຊີປາຊີຟິກ 10,4% ເປັນມູນຄ່າ 376,3 ຕື້ໂດລາ ແລະ ເອີຣົບ ຄາດວ່າຈະຂະຫຍາຍຕົວຢ່າງໜ້ອຍທີ່ສຸດທີ່ 3,3% ເປັນມູນຄ່າ 53,7 ຕື້ໂດລາ.ເ