ຂ່າວສານຫວຽດນາມລາຍງານວ່າ: ສະຫະພາບເອີຣົບ (ອີຢູ) ຢືນຢັນວ່າການສະໜອງອາຍແກ໊ສຂອງບັນດາສະມາຊິກຍັງຄົງຕົວ.
ຖະແຫຼງການດັ່ງກ່າວມີຂຶ້ນໜຶ່ງມື້ຫຼັງຈາກການສົ່ງອອກແກ໊ສທຳມະຊາດຂອງຣັດເຊຍ ຜ່ານທໍ່ສົ່ງອູແກຣນ ໄປຍັງເອີຣົບ ໄດ້ຖືກຢຸດຕິໃນວັນປີໃໝ່ 2025 ເນື່ອງຈາກສັນຍາການຜ່ານແດນໝົດກຳນົດ.
ໃນຖະແຫຼງການ, ໂປໂລຍປະເທດປະທານໝູນວຽນອີຢູ ຢືນຢັນວ່າ: ສະພາບການຍັງຄົງຕົວຢູ່ໃນຂະນະທີ່ບັນດາສະມາຊິກໄດ້ນຳໃຊ້ການສົມທົບກັນກັບຄັງສຳຮອງຂອງລະດູໜາວ ແລະ ການນຳເຂົ້າຈາກບັນດາປະເທດທີ 3, ຊ່ວຍຕອບສະໜອງຄວາມຕ້ອງການ. ເຖິງວ່າໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງໃນທ່າອ່ຽງການນຳເຂົ້າ, ແຕ່ລາຄາອາຍແກ໊ສຍັງບໍ່ໄດ້ເພີ່ມຂຶ້ນຫຼວງຫຼາຍ. ຄະນະກໍາມະການເອີຣົບກ່າວວ່າໃນປັດຈຸບັນບໍ່ມີ ຄວາມກັງວົນກ່ຽວກັບການສະໜອງ.
ເຖິງວ່າອາຍແກ໊ສຈາກຣັດເຊຍກວມເອົາໜ້ອຍກວ່າ 10% ຂອງຄວາມຕ້ອງການນຳເຂົ້າຂອງອີຢູ ໃນປີ 2023, ແຕ່ບາງປະເທດສະມາຊິກພາກຕາເວັນອອກຍັງຂຶ້ນກັບແຫຼ່ງນຳເຂົ້ານີ້.