ໄມໂຄຣຊັອຟ ຈະສ້າງສູນຂໍ້ມູນຮອງຮັບການປະມວນຜົນ AI

10 Jan 2025

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໄມໂຄຣຊັອຟ (Microsoft) ບໍລິສັດເຕັກໂນໂລຊີຍັກໃຫຍ່ຂອງສະຫະລັດອາເມຣິກາ ເປີດເຜີຍການຈັດສັນງົບປະມານ 80 ຕື້ໂດລາ ໃນປີງົບປະມານ 2025 ເພື່ອສ້າງສູນຂໍ້ມູນທີ່ສາມາດຮອງຮັບການປະມວນຜົນປັນຍາປະດິດ (AI) ແລະ ຝຶກອົບຮົມໂມເດລ AI. ລວມທັງການໃຊ້ AI ແລະ ການປະມວນຜົນເທິງລະບົບ ຄລາວທົ່ວໂລກ.

อาจเป็นรูปภาพของ 2 คน และ ข้อความ

ທ່ານ ແບຣດ ສະມິດ ປະທານ Microsoft ລະບຸວ່າ: ບໍລິສັດຈະໃຊ້ງົບປະມານດັ່ງກ່າວຫຼາຍກວ່າເຄິ່ງໜຶ່ງໃນສະຫະລັດອາເມຣິກາ ໂດຍປີງົບປະມານ 2025 ຂອງບໍລິສັດ ຈະສິ້ນສຸດໃນເດືອນມິຖຸນາຈະມາເຖິງນີ້.

Microsoft ແລະ OpenAI ກຳລັງເຈລະຈາກ່ຽວກັບການສ້າງສູນຂໍ້ມູນ ຊຶ່ງຈະປະກອບດ້ວຍຊຸບເປີຄອມພິວເຕີປັນຍາປະດິດ ທີ່ມີຊື່ວ່າ Stargate ໂດຍຄາດວ່າສູນຂໍ້ມູນດັ່ງກ່າວຈະມີຕົ້ນທຶນໃນການກໍ່ສ້າງມູນຄ່າ 100 ຕື້ກວ່າໂດລາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ