ລາຄານ້ຳມັນເພີ່ມຂຶ້ນສູ່ລະດັບສູງສຸດນັບແຕ່ເດືອນຕຸລາ 2024 ເປັນຕົ້ນມາ ໃນຮອບຊື້ – ຂາຍຂອງວັນທີ 6 ມັງກອນຜ່ານມາ ບັນດານັກລົງທຶນໃຫ້ຄວາມສົນໃຈຕິດຕາມຜົນກະທົບຂອງສະພາບອາກາດໜາວເຢັນຢູ່ເຂດຊີກໂລກເໜືອ ແລະ ມາດຕະການກະຕຸ້ນເສດຖະກິດຂອງຈີນ ຕໍ່ກັບຄວາມຕ້ອງການຂອງນ້ຳມັນເຊື້ອໄຟທົ່ວໂລກ.
ລາຄາສັນຍາຊື້-ຂາຍລ່ວງໜ້ານໍ້າມັນ Brent ເພີ່ມຂຶ້ນ 15 ເຊັນ (0,2%) ເປັນ 76,66 ໂດລາ/ບາເຣນ ພາຍຫຼັງປິດຮອບຊື້ – ຂາຍຄັ້ງກ່ອນ ຢູ່ທີ່ລະດັບສູງສຸດນັບຕັ້ງແຕ່ວັນທີ 14 ຕຸລາເປັນຕົ້ນມາ.
ລາຄານ້ຳມັນ WTI ຂອງອາເມຣິກາ ເພີ່ມຂຶ້ນ 22 ເຊັນ (0,3%) ເປັນ 74,18 ໂດລາ/ບາເຣນ ພາຍຫຼັງປິດຮອບຊື້-ຂາຍຄັ້ງກ່ອນ ທີ່ລະດັບສູງສຸດນັບຕັ້ງແຕ່ວັນທີ 11 ຕຸລາເປັນຕົ້ນມາ.
ໃນປີ 2024, ການຂະຫຍາຍຕົວທາງເສດຖະກິດທີ່ຊ້າລົງ ແລະ ການຫັນປ່ຽນໄປສູ່ເຊື້ອໄຟທີ່ສະອາດໃນຂະແໜງການຂົນສົ່ງຈະສ້າງຄວາມກົດດັນຕໍ່ການນຳເຂົ້ານ້ຳມັນດິບ ແລະ ຄວາມຕ້ອງການນ້ຳມັນເຊື້ອໄຟຂອງຈີນ.
ປະລິມານການຜະລິດຂອງປະເທດສະມາຊິກຂອງອົງການປະເທດສົ່ງອອກນ້ຳມັນ (OPEC) ອາດຈະຫຼຸດລົງ 300.000 ບາເຣນ/ວັນ ເປັນ 3,25 ລ້ານບາເຣນ/ວັນໃນໄຕມາດທີ 2 ຂອງປີ 2025.