ວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

0
66

ໃນຕອນເຊົ້າຂອງວັນທີ 10 ມັງກອນນີ້, ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍການນໍາຂັ້ນສູງ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 11 people, lighting, wedding and dais
ໃນໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຂຶ້ນມີຄໍາເຫັນໃນພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ, ປະຫວັດຄວາມເປັນມາ ແລະ ຈຸດປະສົງຂອງໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ແຫ່ງນີ້ ຊຶ່ງແມ່ນປະຕິບັດຕາມການຕົກລົງຂອງສອງພັກ, ສອງລັດຖະບານ ແລະ ກົມການເມືອງຂອງສອງປະເທດ ລາວ-ຫວຽດນາມ ວ່າດ້ວຍການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ ເພື່ອເປັນສັນຍາລັກແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

May be an image of dais and wedding
ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ແຫ່ງນີ້ ເປັນໂຄງການໜຶ່ງທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດ-ການເມືອງ ຢ່າງເລິກເຊິ່ງ, ເປັນສັນຍາລັກແຫ່ງການພົວພັນມິດຕະພາບແບບພິເສດ ແລະ ຍິ່ງໃຫຍ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ. ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 3 ເຮັກຕາ ໂດຍຈະມີຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ປະທານ ໂຮ່ຈິມິນ ຕັ້ງຢູ່ເທິງແທ່ນຫີນອ່ອນ, ທັງສອງຂ້າງ ແລະ ເບື້ອງຫຼັງຝາແກະສະຫຼັກຮູບພາບທີ່ສະແດງເຖິງວັດທະນະທໍາ, ການດໍາລົງຊີວິດ ແລະ ການຮ່ວມສໍາພັນສູ້ຮົບທີ່ໂດດເດັ່ນຫາຍາກ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງອົງອາດກ້າຫານ ແລະ ສວຍສົດງົດງາມທີ່ສຸດ.

May be an image of 1 person and text

ນອກນັ້ນ, ໃນເນື້ອທີ່ 3 ເຮັກຕາແຫ່ງນີ້ ຍັງຈະມີອາຄານບໍລິຫານ, ສະຖານທີ່ຕ້ອນຮັບແຂກ, ຫ້ອງນໍ້າສາທາລະນະ, ອ່າງນໍ້າຕົກ, ສະຖານທີ່ພັກຜ່ອນ, ສະໜາມຫຼິ້ນເດັກນ້ອຍ ແລະ ປະດັບປະດາເຕັມໄປດ້ວຍດອກໄມ້, ຕົ້ນໄມ້ ທີ່ຂຽວງາມທົ່ວທັງສວນ.

May be an image of 12 people, wedding and dais

ພາຍຫຼັງກໍ່ສ້າງສໍາເລັດ ສວນແຫ່ງນີ້ຈະກາຍເປັນໜຶ່ງໃນສວນສາທາລະນະ ທີ່ຂຽວສົດງົດງາມທີ່ສຸດ ຂອງນະຄອນຫຼວງວຽງຈັນ, ເປັນບ່ອນຈັດກິດຈະກໍາຕ່າງໆ, ໃຫ້ປະຊາຊົນໄດ້ມາພັກຜ່ອນ, ອອກກໍາລັງກາຍ, ພ້ອມທັງໄດ້ຮຽນຮູ້ເຖິງມູນເຊື້ອ ປະຫວັດສາດການພົວພັນຮ່ວມມື, ຄວາມສາມັກຄີພິເສດ ແລະ ຍິ່ງໃຫຍ່ ຂອງສອງຊາດ ລາວ-ຫວຽດນາມ. ພ້ອມກັນນັ້ນ, ສວນແຫ່ງນີ້ຍັງຈະກາຍເປັນອີກໜຶ່ງສັນຍາລັກອັນສໍາຄັນປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສວຍສົດງົດງາມຕະຫຼອດກາລະນານ.

LEAVE A REPLY

Please enter your comment!
Please enter your name here