ໃນວັນທີ 8 ມັງກອນ 2025 ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບ ລົດຕູ້ ຈຳນວນ 02 ຄັນ ໃຫ້ແກ່ສູນເລືອດອົງການກາແດງແຂວງ ຫຼວງນ້ຳທາ ແລະ ອຸດົມໄຊ ແຂວງລະ 01 ຄັນ ແລະ ເຄື່ອງຕັດສາຍເລືອດ ແຂວງລະ 02 ເຄື່ອງ, ເຊິ່ງມອບໂດຍທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ແລະ ຮັບໂດຍ ທ່ານ ດຣ ສົມສຸກ ສຸກສະຫວັດ ຫົວໜ້າອົງການກາແດງແຂວງຫຼວງນ້ຳທາ ແລະ ທ່ານ ນາງ ສິດທິວອນ ຫົງສາຄອນ ຫົວໜ້າອົງການກາແດງແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ບັນດາທ່ານຈາກອົງການກາແດງແຫ່ງຊາດລາວ,ການນຳແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກອົງການກາແດງແຂວງແລະພາກສ່ວນກຽ່ວຂ້ອງເຂົ້າຮ່ວມ.
ການສະໜອງພາຫະນະໃນຄັ້ງນີ້ກໍເພື່ອນຳໃຊ້ເຂົ້າໃນວຽກງານການປຸກລະດົມຂົນຂວາຍບໍລິຈາກເລືອດ ຕາມສະຖານທີ່ເປົ້າໝາຍຕ່າງໆພາຍໃນແຂວງຂອງຕົນ, ທັງນີ້ກໍເພຶ່ອ ແນໃສ່ຮັບປະກັນເພື່ອເຮັດໃຫ້ວຽກງານເລືອດມີຄວາມເຂັ້ມແຂງ ມີເລືອດພຽງພໍ, ປອດໄພ ແລະ ມີເລືອດໃສ່ໃຫ້ຄົນເຈັບທີ່ຕ້ອງການໃສ່ເລືອດເພື່ອປິ່ນປົວຕາມໂຮງໝໍແຫ່ງຕ່າງໆທົ່ວປະເທດ, ລົດຕູ້ ແລະ ເຄື່ອງຕັດສາຍເລືອດ ທີ່ນຳມາມອບໃນຄັ້ງນີ້ໂດຍໄດ້ຮັບການຊ່ວຍເຫຼືອຈາກສູນເລືອດແຫ່ງຊາດ ອົງການກາແດງ ສ.ເກົາຫຼີ ມີມູນຄ່າທັງໝົດ 80,180 ໂດລາສະຫະລັດ. ອີງຕາມການລາຍງານ, ການອອກຮັບບໍລິຈາກເລືອດນອກສະຖານທີ່ຕ່າງໆກວມ 80 ສ່ວນຮ້ອຍ ເຊິ່ງມັນຈຳເປັນຕ້ອງມີພາຫະນະຮັບຮັບເພື່ອອອກຮັບບໍລິຈາກເລືອດ. ດັ່ງນັ້ນ, ການຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍເພີ່ມຈໍານວນການຮັບບໍລິຈາກເລືອດຢູ່ຕາມສະຖານທີ່ຕ່າງໆໃຫ້ຫຼາຍຂຶ້ນຕື່ມ.
ສຳລັບໂຕເລກຄາດໝາຍສູ້ຊົນການຮັບບໍລິຈາກເລືອດປີ 2025 ທົ່ວປະເທດຕ້ອງບັນລຸໂຕເລກ 80.400 ຖົງ, ໃນນັ້ນ ສູນເລືອດອົງການກາແດງແຂວງຫຼວງນ້ຳທາປີ 2025 ນີ້ໂຕເລກເປົ້າໝາຍເຄື່ອນໄຫວຮັບບໍລິຈາກເລືອດໃຫ້ບັນລຸ 2,100 ຖົງ ແລະ ແຂວງອຸດົມໄຊໂຕເລກຄາດໝາຍສູ້ຊົນເຄື່ອນໄຫວຮັບບໍລິຈາກເລືອດປີ 2025 ໃຫ້ບັນລຸ2,400 ຖົງ.