ນັກເຕະທີມຊາດຫວຽດນາມ ຊຸດຄວ້າແຊັມບານເຕະຊີງແຊັມອາຊຽນລາຍການ ASEAN Mitsubishi Electric Cup 2024 ເຊິ່ງເປັນແຊັມລາຍການນີ້ສະໄໝທີ 3 ໄດ້ຮັບເງິນອັດສີດຈາກພາກສ່ວນຕ່າງໆໄປແລ້ວ 33 ຕື້ດົງ ຫຼັງຈາກທີ່ສ້າງຜົນງານຢ່າງໂດດເດັ່ນເອົາຊະນະທີມຊາດໄທ 3-2 ໃນນັດທີ 2 ເຮັດໃຫ້ຜົນລວມ 2 ນັດເອົາຊະນະ ໄທ 5-3 ຄວ້າແຊັມໄປຄອງ ຕາມການລາຍງານຂອງ On sports ສື່ໃນປະເທດຫວຽດນາມ.
ເຊິ່ງໃນຈໍານວນດັ່ງກ່າວຍັງບໍ່ລວມກັບເງິນລາງວັນຈາກໄດ້ຍາດໄດ້ແຊັມ ເພາະແຊັມລາຍການນີ້ປີ 2024 ໄດ້ 300.000 ໂດລາ ແລະ ຮອງແຊັມໄດ້ 100.000 ໂດລາ ໂດຍ ທີມຊາດຫວຽດນາມ ມີພາລະກິດຕໍ່ໄປຄືຈະເປີດບ້ານຮັບການມາຢາມຂອງ ທີມຊາດລາວ ໃນການແຂ່ງຂັນບານເຕະ ເອຊຽນ ຄັບ 2027 ຮອບຄັດເລືອກ ຮອບ 3 ກຸ່ມ F ນັດທໍາອິດ ໃນວັນທີ 25 ມີນາ 2025 ເວລາ 18:00 ໂມງ.
ສໍາລັບ ບົດສະຫຼຸບ ໃນນັດຊີງຊະນະເລີດບານເຕະຊີງແຊັມອາຊຽນ ລາຍການ ASEAN Mitsubishi Electric Cup 2024 ມີດັ່ງນີ້:
-ແຊັມ ຫວຽດນາມ ໄດ້ຮັບຂັນແຊັມ ແລະ ເງິນລາງວັນ 300.000 ໂດລາ
-ຮອງແຊັມ ໄທ ໄດ້ຮັບເງິນລາງວັນ 100.000 ໂດລາ
-ຟິລິບປິນ ແລະ ສິງກະໂປ ທີ່ສາມາດຜ່ານເຂົ້າເຖິງຮອບຮອງຊະນະເລີດ ໄດ້ຮັບທີມລະ 50.000 ໂດລາ
-ລາງວັນນັກເຕະດີເດັ່ນ: ຫງວຽນ ຊວນ ເຊິນ ກອງໜ້າທີມທີມຊາດຫວຽດນາມ ຍິງໄປ 7 ປະຕູຈາກ 5 ນັດ
-ລາງວັນດາວຍິງສູງສຸດ: ຫງວຽນ ຊວນ ເຊິນ ກອງໜ້າທີມທີມຊາດຫວຽດນາມ ຍິງໄປ 7 ປະຕູຈາກ 5 ນັດ
-ລາງວັນນັກເຕະດາວເດັ່ນດີເດັ່ນ: ສຸພານັດ ໝື່ນຕາ ນັກເຕະດາວເດັ່ນຂອງທີມຊາດໄທ
-ລາງວັນຜູ້ຮັກສາປະຕູດີເດັ່ນ: ຫງວຽນ ດິນ ຕຣວນ ( Nguyễn Đình Triệu ) ຜູ້ຮັກສາປະຕູຂອງຫວຽດນາມ