ມູນຄ່າທຶນຈົດທະບຽນການລົງທຶນ ຂອງວິສາຫະກິດຫວຽດນາມເຂົ້າລາວປີ 2024 ບັນລຸເກືອບ 200 ລ້ານໂດລາ

0
67

ຂໍ້ມູນເປີດເຜີຍໃນກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈຳປີ 2025 ທີ່ຈັດຂຶ້ນ ໃນວັນທີ 9 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນປີ 2024 ເປັນອີກປີໜຶ່ງທີ່ສອງປະເທດລາວ-ຫວຽດນາມບັນລຸມູນຄ່າການຄ້າ-ການລົງທຶນຮ່ວມກັນສູງສົມຄວນ, ສະເພາະຍອດການຈົດທະບຽນການລົງທຶນພາຍໃນປີສູງເກືອບ 200 ລ້ານໂດລາ ຂະນະທີ່ມູນຄ່າການຄ້າສອງຝ່າຍກໍ່ເພີ່ມຂຶ້ນ ກວ່າ 30% ທຽບໃສ່ປີ 2023.

May be an image of 4 people and text

ກອງປະຊຸມຄັ້ງສຳຄັນນີ້ໃຫ້ກຽດເຂົ້າຮ່ວມຊີ້ນຳກອງປະຊຸມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີການນຳພັກ, ລັດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງ, ຂະແໜງ ການກ່ຽວຂ້ອງ ຂອງທັງສອງປະເທດ ເຂົ້າຮ່ວມ ແລະ ຕີລາຄາຜົນຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງການນໍາຂັ້ນສູງ ກໍຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ປະຈຳປີ 2024 ແລະ ພ້ອມກັນປຶກສາຫາລືວາງທິດທາງການແຜນການຮ່ວມມື ໃນປີ 2025.

May be an image of 9 people and text
ໂອກາດດັ່ງກ່າວ, ນາຍົກລັດຖະມົນຕີ ຂອງສອງປະເທດ ໄດ້ຕີລາຄາສູງ ຕໍ່ບັນດາຜົນສຳເລັດ ຂອງການຈັດຕັ້ງປະຕິບັດຂໍ້ຕົກລົງແຜນການຮ່ວມມື ປະຈໍາປີ 2024 ກໍຄື ທິດທາງແຜນການຮ່ວມມື ປະຈໍາປີ 2025. ໃນນັ້ນ, ການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ມີສະຖຽນລະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ນັບມື້ນັບຫລາຍຂຶ້ນ, ມູນຄ່າການຄ້າຂອງສອງປະເທດ ບັນລຸໄດ້ຫລາຍກວ່າ 2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະ ມານ 34% ທຽບໃສ່ປີ 2023, ລື່ນຄາດໝາຍທີ່ສອງຝ່າຍ ໄດ້ກຳນົດໄວ້, ການລົງທຶນຂອງຫວຽດນາມ ຢູ່ລາວ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ໂຄງການຂະໜາດໃຫຍ່ຈໍານວນໜຶ່ງໃນຂົງເຂດພະລັງງານ ເປັນຕົ້ນ ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ, ໂຄງການພະລັງງານລົມສະຫວັນ 1 ໄດ້ຮັບການຊຸກຍູ້ຈັດຕັ້ງຜັນຂະຫຍາຍເປັນຢ່າງດີ, ເຮັດໃຫ້ມູນຄ່າທຶນຈົດທະບຽນການລົງທຶນ ຂອງວິສາຫະກິດຫວຽດນາມ ເຂົ້າ ມາລາວ ໃນປີ 2024 ບັນລຸ 191,1 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 61,1% ທຽບໃສ່ປີ 2023. ພ້ອມນີ້, ລັດຖະບານຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງ ພະນັກງານ ແລະ ນັກຮຽນ, ນັກສຶກສາລາວ ໄປຮຽນຢູ່ຫວຽດນາມ, ສະເພາະປີ 2025 ນີ້ ແມ່ນ 1.160 ທຶນ.

May be an image of 2 people and text
ຜົນສຳເລັດ ຂອງກອງປະຊຸມໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ກອງປະຊຸມ ໃນຄັ້ງນີ້, ສອງຝ່າຍ ໄດ້ເປັນເອກະພາບຕໍ່ເນື້ອໃນ ຮ່າງ ບົດບັນທຶກກອງປະຊຸມ ຄັ້ງທີ 47 ແລະ ຮ່າງຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືທະວິພາຄີ ປະຈຳປີ 2025 ເພື່ອໃຫ້ ສອງປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ລາຍງານຂໍຄໍາເຫັນຊີ້ນຳ ຈາກສອງນາຍົກລັດຖະມົນຕີ ຂອງສອງປະເທດ ໃນວັນທີ 9 ມັງກອນ 2025 ນີ້.

May be an image of dais and text
ຂອບໃຈຂ່າວຈາກ: ຂປລ

LEAVE A REPLY

Please enter your comment!
Please enter your name here