ອີກໜຶ່ງຈຸດເດັ່ນທີ່ສໍາຄັນໃນງານເທດສະການອາຫານລາວຄັ້ງທີ 20 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22-26 ມັງກອນ2025 ທີ່ສວນເຈົ້າອະນຸວົງແຄມຂອງນະຄອນຫຼວງວຽງຈັນ ແມ່ນການຕົກແຕ່ງເຮືອນຄົວລາວດັງເດີມ ໃຫ້ສົມບູນແບບທີ່ສຸດ ເຊິ່ງອະນຸກໍາມະການທີ່ຮັບຜິດຊອບກໍາລັງກະກຽມ ບັນດາອຸປະກອນທີ່ເປັນເຄື່ອງຫັດຖະກໍາດັງເດີມ ພາຊະນະ ທີ່ໃຊ້ໃນເຮືອນຄົວ ເພື່ອເຂົ້າມາຕົກແຕ່ງໃຫ້ສົມຈິງທີ່ສຸດ ເພື່ອໃຫ້ບັນດາແຂກ, ບັນດານັກທ່ອງທ່ຽວ ທີ່ເຂົ້າທ່ຽວຊົມໄດ້ ເຫັນປະຈັກຕາ ວ່າໃນເມື່ອກ່ອນເຮືອນຄົວລາວມີການຕົກແຕ່ງຄືແນວໃດ?
ທ່ານ ນາງ ມະໂນລາ ດາລາວົງ ເຈົ້າຂອງຮ້ານອາຫານຄົວລາວ ໄດ້ປະກອບຄໍາເຫັນ ໃນພິທີຖະແຫຼງຂ່າວ ກຽມຈັດງານ ເທດສະການອາຫານລາວ ໃຫ້ຮູ້ວ່າ
ເພື່ອສ້າງບັນຍາກາດ ເຮັດໃຫ້ເທດສະການອາຫານລາວ ຄັ້ງທີ 20 ພາຍໃຕ້ຄໍາຂວັນ: “ 20 ປີ ເທດສະການອາຫານລາວມີໄຊ ສືບຕໍ່ກ້າວໄປສູ່ສາກົນ.” ໃຫ້ມີຄວາມໝາຍຍິ່ງຂຶ້ນ ແລະ ສົມເປັນປີທີ 20ຂອງການຈັດງານ
ຂ້າພະເຈົ້າ ພ້ອມທີມງານອະນຸກໍາມະການໄດ້ມີການກະກຽມ ບັນດາເຄື່ອງໃຊ້ສອຍ ແບບດັ່ງເດີມທີ່ເປັນເຄື່ອງຫັດຖະກໍາ, ເຄື່ອງປັນດິນເຜົາ, ເຄື່ອງເງິນ ແລະ ອື່ນໆ ທີ່ເປັນພາຊະນະ ປະກອບເຂົ້າໃນການຕົກແຕ່ງເຮືອນຄົວລາວແບບດັ້ງເດີມ ທັງນີ້ເພື່ອໃຫ້ສົມຈິງ ແມ່ນໄດ້ລວບລວມເອົາບັນດາເຄື່ອງຫັດຖະກໍາເກົ່າໆ ເຂົ້າມາຕົກແຕ່ງ. ສິ່ງໃດທີ່ຫາບໍ່ໄດ້ຈໍາເປັນຕ້ອງໄດ້ເອົາໂຕໃໝ່ ກໍ່ນໍາມາຂາງຄວັນໄຟ ເພື່ອເຮັດໃຫ້ມັນດໍາສົມຈິງ ເຊິ່ງທັງໝົດແມ່ນເຮັດດ້ວຍຄວາມຕັ້ງໃຈທີ່ສຸດ ຊອກຫາວັດສະດຸທີ່ໃຊ້ໃນເຮືອນຄົວທີ່ມັນເກົ່າມາປະດັບໃສ່ ບໍ່ວ່າຈະເປັນເສົາ, ຄື່ ເຮັດແນວໃດເພື່ອໃຫ້ໄດ້ສົມຈິງ ແລະ ກາຍເປັນເຮືອນຄົວຄືໃນເມື່ອກ່ອນ.
ສະນັ້ນ ບັນດາຜູ້ທີ່ຢາກເຫັນວ່າຄົນລຸ້ນເກົ່າເພີ່ນແຕ່ງຢູ່ຄົວກິນແບບໃດ ມີການຈັດສັນເຮືອນຄົວແນວໃດ ຢ່າລືມຢ່າພາດ ມາຮ່ວມງານເທສະການອາຫານລາວ ຄັ້ງທີ 20
ນອກຈາກມີອາຫານແຊບຖືກໃຈແລ້ວຍັງມີຍັງມີການຈັດປະກວດ ພາເຂົ້າທ່ຽງອາຫານລາວ” (Lao Food lunch) ເຊິ່ງເປັນອີກໜຶ່ງໄຮໄລ ສໍາຄັນ ໄວ້ຄອຍບໍລິການທຸກໆທ່ານ.