ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍບັນດາ ສະຫາຍ ການນຳລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງວຽງຈັນ ສປປ ລາວ ໃນຕອນເຊົ້າຂອງວັນທີ 9 ມັງກອນ ນີ້, ໂດຍການອອກຕ້ອນຮັບຂອງ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ.
ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ຈະດໍາເນີນການຢ້ຽມຢາມ ແລະ ເປັນປະທານຮ່ວມ ໃນກອງປະຊຸມປະຈໍາປີ 2025 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 47 ໃນລະຫວ່າງວັນທີ 9-10 ມັງກອນ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ພ້ອມດຽວກັນນັ້ນ, ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຍັງມີແຜນຈະພົບປະປຶກສາຫາລືກັບບັນດາການນໍາຂັ້ນສູງຂອງ ສປປ ລາວ ເປັນຕົ້ນແມ່ນ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ; ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ບັນດາສະຫາຍອະດີດການນໍາຂັ້ນສູງ ຂອງ ສປປ ລາວ. ນອກນັ້ນ, ຍັງຈະໄດ້ເປັນກຽດເຂົ້າຮ່ວມເປັນປະທານ ກອງປະຊຸມການຮ່ວມມືການລົງທຶນ ລາວ-ຫວຽດນາມ, ພິທີການເປີດບໍລິການ ຊໍາລະການຊື້-ຂາຍຍ່ອຍສອງຝ່າຍ ໂດຍຜ່ານລະຫັດ QR ແລະ ພິທີວາງສີລາລືກໂຄງການສວນອຸທິຍານມິດຕະພາບ ລາວ-ຫວຽດນາມ (ດົງໝາກຄາຍ) ອີກດ້ວຍ.
(ຂ່າວ: ກົມການຂ່າວ, ກຕທ)