ຄະນະບໍລິຫານງານພັກກະຊວງ ອຄ ເປີດກອງ​ປະຊຸມຄົບຄະນະສະໄໝສາມັນ ຄັ້ງທີ 10

0
101

ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ)ໄດ້ຈັດກອງປະຊຸມ ຄົບຄະນະສະໄໝສາມັນ ຄັ້ງທີ 10 ຂອງຄະນະບໍລິຫານງານພັກກະຊວງ ອຄ ສະໄໝທີ V ຂຶ້ນໃນວັນທີ 8 ມັງກອນ 2025 ທີ່ຫ້ອງປະຊຸມຊັ້ນ 3 ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ເຂົ້າຮ່ວມມີ ຄະນະປະຈຳພັກ, ກໍາມະການຄະນະພັກກະຊວງ, ປະທານ/ເລຂາ 3 ອົງການຈັດຕັ້ງມະຫາຊົນຂອງກະຊວງ ພ້ອມດ້ວຍ ບັນດາສະຫາຍ ຄະນະພັກຮາກຖານ, ຄະນະໜ່ວຍພັກ ອ້ອມຂ້າງອົງຄະນະພັກ ກະຊວງ ອຄ ເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ປີນີ້ເປັນປີມ້ວນທ້າຍການຈັດຕັ້ງປະຕິບັດ ມະຕິ XI ຂອງພັກ, ມະຕິ V ຂອງອົງຄະນະພັກ ໂດຍສະເພາະແມ່ນການສ້າງການຫັນປ່ຽນ ແລະ ແຜນພັດທະນາຂະແໜງ ອຄ 5 ປີ (2021-2025).

ຈຸດປະສົງຂອງກອງປະຊຸມເພື່ອ  ພິຈາລະນາ ແລະ ຮັບຮອງເອົາ ບົດສະຫຼຸບຕີລາຄາການນຳພາຊີ້ນຳ 1 ປີຜ່ານມາ, ພິຈາລະນາ ປະກອບຄຳເຫັນຕໍ່ການຈັດຕັ້ງຜັນຂະຫຍາຍ ມະຕິ ສອຈ ແລະ ການສ້າງແຜນພັດທະນາຂະແໜງ ອຄ 5 ປີ (2026-2030), ຄົ້ນຄວ້າມີຄຳເຫັນ ແລະ ຮັບຮອງເອົາ ຮ່າງ ແຜນບູລິມະສິດ ສາຍພັກ-ສາຍລັດ ປີ 2025, ພິຈາລະນາ ແລະ ມີທິດຊີ້ນຳ ຕໍ່ບາງບັນຫາຂໍ້ສະເໜີ ທີ່ຕິດພັນກັບ ການກະກຽມດຳເນີນກອງປະຊຸມໃຫຍ່ພັກ 2 ຂັ້ນ ແລະ ຂອງ 3 ອົງການຈັດຕັ້ງມະຫາຊົນຂອງກະຊວງ

ທ່ານ ຍັງໄດ້ຮຽກຮ້ອງໃຫ້ ສະຫາຍທີ່ເຂົ້າຮ່ວມກອງປະຊຸມ  ເອົາໃຈໃສ່ຕິດຕາມ, ຄົ້ນຄວ້າ ແລະ ມີຄຳເຫັນ

ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ, ໂດຍສະເພາະບັນຫາທີ່ນອນໃນຄວາມຮັບຜິດຊອບຂອງຕົນ.

 

LEAVE A REPLY

Please enter your comment!
Please enter your name here