ອີກໜຶ່ງທີ່ໜ້າສົນໃຈສໍາລັບການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ກໍຄືອັນດັບດາວຍິງສູງສຸດປັດຈຸບັນຖືວ່າຍິງກັນໄປຢ່າງມັນ ໂດຍຜ່ານໄປ ອາທິດທີ 8 TAKUMU NISHIHARA ສັນຊາດຍີ່ປຸ່ນ ຈາກສະໂມສອນ ບານເຕະ ຊ້າງນ້ອຍ ຍິງໄດ້ 17 ປະຕູ ຂຶ້ນນໍາໃນຕໍາແໜ່ງດາວຍິງສູງສຸດ ແລະ ອັນດັບ 3 ປີເຕີ້ ພັນທະວົງ ຈາກ ສະໂມສອນບານເຕະ ເອສະຣາ ຍິງໄດ້ 14 ປະຕູ
ສ່ວນ ອັບດັບນັກກິລາຜູ້ທີ່ສົ່ງບານໃຫ້ເພື່ອນຮ່ວມທີມຍິງປະຕູ
1. ພຸດທະວົງ ສັງວິໄລ ຈາກ ສະໂມສອນບານເຕະ ເອສະຣາ 6 ຄັ້ງ
2. ພັດທະນາ ພົມມະເທບ ຈາກ ສະໂມສອນບານເຕະ ເອສະຣາ, ແກ້ວວຽງເພັດ ລິດທິເດດ ຈາກ ສະໂມສອນບານເຕະ ມາດສເຕີ ແລະ ສຸພັນ ຄຳໃບອ່ອນ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ ຈຳນວນ 5 ຄັ້ງ.
ອັບເດດ ຕາຕະລາງຄະແນນລວມ ເປບຊີ ລາວລີກ 1 ລະດູການ 2024/2025 ປະຈໍາວັນທີ 5 ມັງກອນ 2025 ຫຼັງຜ່ານໄປ 8 ມີຄື: ເອສະຣາ ເອັຟຊີ ຢຶດທີມນໍາຈາກຜົນງານຊະນະ 8 ນັດລວດມີ 24 ຄະແນນ, ອັນດັບ 2 ຊ້າງນ້ອຍ ເອັຟຊີ ມີ 19 ຄະແນນ, ອັນດັບ 3 ມາສເຕີ ເອັຟຊີ ມີ 16 ຄະແນນ, ອັນດັບ 4 ຫຼວງພະບາງ ມີ 15 ຄະແນນ, ອັນດັບ 5 ນໍ້າທາ ຢູໄນເຕັດ ມີ 7 ຄະແນນ, ອັນດັບ 6 ກອງທັບ ເອັຟຊີ ມີ 7 ຄະແນນ, ອັນດັບ 7 ຈໍາປາສັກ ເອັຟຊີ ມີ 3 ຄະແນນ ແລະ ອັນດັບ 8 ມັດສະດ້າ ວຽງຈັນ ມີ 2 ຄະແນນ.
ຂ່າວ: Larh Creators ; ຮູບຈາກ: Lao League 1 ລາວລີກ 1