ມອບ-ຮັບໜ້າທີ່ຜູ້ອຳນວຍການ ບໍລິສັດ ຕະຫຼາດຫຼັກຊັບລາວ ຈຳກັດ

0
138

ທ້າຍເດືອນທັນວາຜ່ານມາ ຢູ່ຫ້ອງປະຊຸມໃຫຍ່ຕະຫຼາດຫຼັກຊັບລາວ ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ລະຫວ່າງ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການໃຫຍ່ ຕລຊລ (ຜູ້ເກົ່າ) ກັບ ທ່ານ ສຽວສະຫວາດ ທິລະກຸນ ຜູ້ອຳນວຍການໃຫຍ່ ຕລຊລ (ຜູ້ໃໝ່) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ); ພ້ອມດ້ວຍບັນດາຄະນະນໍາ, ຜູ້ຕາງໜ້າບັນດາກົມກອງ ທຫລ, ຕລຊລ, ບັນດາບໍລິສັດຈົດທະບຽນ, ບໍລິສັດຫຼັກຊັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 2 people and text
ໃນວາລະພິທີດັ່ງກ່າວ ທ່ານ ນາງ ວິໄລພອນ ຈັນທະວົງ ​ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທຫລ, ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ສັບຊ້ອນພະ ນັກງານ ຕິດພັນກັບ ຕລຊລ ແລະ ທຫລ ຕາມລຳດັບ; ຈາກນັ້ນ, ກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ຜູ້ອໍານວຍການໃຫຍ່ ຕລຊລ ໂດຍການໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ.

May be an image of 3 people, dais and text

LEAVE A REPLY

Please enter your comment!
Please enter your name here