ອຄ ເຜີຍແຜ່ວຽກງານການກວດສອບຄຸນນະພາບແບບບໍ່ທຳລາຍ

0
95

ກົມມາດຕະຖານ ແລະ ວັດແທກກະຊວງ ອຸດສາຫະກໍາ ແລະ ການຄ້າ(ອຄ) ຮ່ວມ ກັບ ສະຖາບັນພະລັງງານນິວເຄຍ ກະຊວງວິທະຍາສາດ ສສ ຫວຽດນາມ ໄດ້ຈັດກອງປະຊຸມ ເຜີຍແຜ່ວຽກງານການກວດສອບຄຸນນະພາບແບບບໍ່ທຳລາຍ ແລະ ເຕັກໂນໂລຊີດ້ານລັງສີ ເຂົ້າໃນຂົງເຂດອຸດສາຫະກຳ, ເຂື່ອນໄຟຟ້າ, ໂຮງໄຟຟ້າຄວາມຮ້ອນ, ວິສະວະກຳກໍ່ສ້າງ ແລະ ອື່ນໆ ຂຶ້ນໃນວັນທີ 7 ມັງກອນ 2025 ທີ່ກະຊວງ ອຄ ເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ເຂົ້າຮ່ວມມີ ທ່ານ ສຸກອາລົມ ໂສສຸພັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ມີຄະນະກົມ,ບັນດາທ່ານ ຊ່ຽວຊານຈາກ ກະຊວງວິທະຍາສາດ ສສ ຫວຽດນາມ ແລະ ຜູ່ຕ່າງໜ້າຈາກພາກລັດ – ທຸລະກິດ ເຂົ້າຮ່ວມ.

ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມເພື່ອ ນໍາສະເໜີວິທິການກວດສອບ ແລະ ບໍາລຸງຮັກສາ ໂດຍໃຊ້ຫຼັກການກວດສອບແບບບໍ່ທຳລາຍ ແລະ ເຕັກໂນໂລຊີລັງສີ ເຂົ້າໃນການກວດສອບບັນດາຖັງຄວາມດັນ, ທໍ່ສົ່ງຄວາມດັນ, ຖັງຕົ້ມ ແລະ ໂຄງສ້າງເຫຼັກຂະໜາດໃຫຍ່. ນອກຈາກນັ້ນ, ຍັງກວດສອບຄຸນນະພາບ, ກວດສອບຫາເຫຼັກເສີມໃນເບຕົ່ງຂອງ ຂົວ-ທາງ ແລະ ເຂື່ອນໄຟຟ້າ ເພື່ອຮັບປະກັນຖືກຕ້ອງຕາມແບບ, ປອດໄພ ແລະ ສອດຄ່ອງກັບມາດຕະຖານ ແຫ່ງຊາດ, ພາກພື້ນ ແລະ ສາກົນ.

ນັບແຕ່ເລີ່ມສ້າງຕັ້ງສູນກວດສອບຄຸນນະພາບແບບບໍ່ທຳລາຍມາຕັ້ງແຕ່ ປີ 2020 ທີ່ເຄື່ອນໄຫວຕາມພາລະບົດບາດ ໂດຍສະເພາະແມ່ນການກວດສອບແບບບໍ່ທຳລາຍ ແລະ ເຕັກໂນໂລຊີດ້ານລັງສີ ເຂົ້າໃນການກວດສອບເພື່ອຢັ້ງຢືນ, ກວດກາ, ບູລະນະ ແລະ ສ້ອມບໍາລຸງ ບັນດາພາກສ່ວນທີ່ເປັນໂລຫະເປັນ ຕົ້ນແມ່ນ:​ ທໍ່ສົ່ງຄວາມດັນ, ຖັງຄວາມດັນ,​ ລະບົບຜະລິດຄວາມຮ້ອນ, ເຢັນ ຂອງໂຮງງານອຸດສາຫະກໍາ ເພື່ອຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ ແລະ ປະສິດທິພາບຂອງການຜະລິດ. ນອກຈາກນັ້ນ, ການກວດສອບແບບບໍ່ທຳລາຍແມ່ນຍັງສາມາດນໍາໃຊ້ເຂົ້າໃນການກວດສອບຫາຄຸນນະ ພາບຂອງໂຄງສ້າງຄອນກຼີດ ໂດຍສະເພາະຂົວ-ທາງ, ທາງລົດໄຟ ແລະ ຕຶກອາຄານຕ່າງໆ, ກວດສອບຫາຈໍານວນເຫຼັກເສັ້ນຢູ່ໃນໂຄງສ້າງ, ກວດສອບຫາຄວາມແຂງຂອງຄອນກຼີດ ໂດຍບໍ່ຈຳເປັນຕ້ອງທຳລາຍຕົວ ຢ່າງ, ບໍ່ຈຳເປັນຕ້ອງເອົາເຂົ້າຫ້ອງທົດລອງ, ທັງປະຢັດເວລາ ແລະ ຕົ້ນທຶນນໍາອີກ. ແຕ່ເນື່ອງຈາກວຽກງານດັ່ງກ່າວເປັນວຽກງານທີ່ໃໝ່ສຳລັບ ສປປ ລາວພວກເຮົາ ແລະ ຫຼາຍຄົນຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານດັ່ງກ່າວ. ສະນັ້ນ, ນີ້ຈຶ່ງຖືເປັນໂອກາດດີ ທີ່ທາງຜູ້ຊ່ຽວຊານກໍຄືໂຄງການພະລັງງານປະລໍາມະນູສາກົນ ເພິ່ນໄດ້ມາເຜີຍແຜ່ກ່ຽວກັບຄວາມໝາຍຄວາມສຳຄັນຂອງວຽກງານ ເພື່ອພວກເຮົາສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ເພື່ອມາພັດທະນາໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບ້ານເຮົາ.

ທ ່ານກ່າວວ່າ: ວຽກງານການກວດສອບຄຸນນະພາບແບບບໍ່ທຳລາຍ ແລະ ເຕັກໂນໂລຊີດ້ານລັງສີ ແມ່ນເປັນທີ່ນິຍົມ ແລະ ມີຄວາມສຳຄັນຫຼາຍໂດຍສະເພາະແມ່ນວຽກງານການກວດສອບ ໃນສະພາບທີ່ການພັດ ທະນາຂອງເຕັກໂນໂນໂລຊີມີການພັດທະນາຂຶ້ນເລື້ອຍໆ ໃນການກວດສອບຄຸນນະພາບແບບບໍ່ທຳລາຍແມ່ນ 1. ເພື່ອໃຫ້ມີຄວາມປອດໄພ, 2. ເພື່ອຄວບຄຸມຄຸນນະພາບ, 3. ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ, 4.​ ປະຢັດເວລາໃນການກວດສອບ, 5. ເພື່ອເພີ່ມອາຍຸການໃຊ້ງານ ແລະ 6. ເພື່ອປະຕິບັດຕາມມາດຕະ ຖານ ແລະ ລະບຽບການທີ່ກຳນົດ ເພື່ອໃຫ້ບັນດາໂຮງຈັກໂຮງງານມີການກວດສອບ, ສ້ອມແປງ ແລະ ບໍຳລຸງຮັກສາ ເພື່ອຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ, ລວມທັງປະສິດທິພາບຂອງການຜະລິດ.

ຂໍຮຽກຮ້ອງໃຫ້ກົມມາດຕະຖານ ແລະ ວັດແທກ ໃນນາມຜູ້ປະຕິບັດຕົວຈິງຂອງວຽກງານການກວດສອບຄຸນນະພາບແບບບໍ່ທຳລາຍ ຈົ່ງເອົາໃຈໃສ່ໃນການ ຄົ້ນຄ້ວາ, ພັດທະນາວຽກງານດັ່ງກ່າວເພື່ອໃຫ້ສາມາດຈັດຕັ້ງປະຕິບັດ,​ ບໍລິການ ກວດສອບໃຫ້ໄດ້ມາດ ຕະຖານ, ໂດຍປະສານສົມທົບກັບບັນດາໂຮງງານອຸດສາຫະກຳ, ເຂື່ອນໄຟຟ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ວຽກງານການກວດສອບແບບບໍ່ທຳລາຍໄດ້ຈັດຕັ້ງປະຕິບັດໃນການກວດສອບ, ມີການພັດທະນາ ແລະ ນັບມື້ນັບເຕີບໃຫຍ່ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດາໂຮງງານອຸດສາຫະກຳ, ໂຄງການກໍ່ສ້າງເຄຫາສະຖານຕ່າງໆ ໃຫ້ສອດຄ່ອງກັບມາດຕະຖານ ແຫ່ງຊາດ, ພາກພື້ນ ແລະ ສາກົນ ໃນ ສປປ ລາວ ຫຼາຍທີ່ສຸດ.

ໃນພາກບ່າຍ ຜູ້ເຂົ້າຮ່ວມທັງໝົດໄດ້ລົງຕິດຕາມພາກປະຕິບັດໂຕຈິງ ໂດຍໄດ້ລົງກວດສອບຄຸນນະພາບຂອງບໍລິສັດເບຍລາວ.

LEAVE A REPLY

Please enter your comment!
Please enter your name here