ສຸກພະໂຊກ ຊີ້ແຈງປະເດັນຍິງໃສ່ ຫວຽດນາມ ທັງທີ່ຄວນຈະສົ່ງບານຄືນ ກໍລະນີ ຜູ້ຮັກສາປະຕູຫວຽດນາມ ຖີ້ມບານອອກເພາະມີນັກເຕະເຈັບ

0
128

ຫຼາຍຄົນຍັງຈື່ກັບປະຕູທີ່ທີມຊາດໄທ ແຊງຂຶ້ນນໍາ 2-1 ໃນນັດຊີງຊະນະເລີດບານເຕະລາຍການ ASEAN Mitsubishi Electric Cup 2024 ນັດທີ 2 ເມື່ອວັນທີ 5 ມັງກອນ 2025 ທີ່ຜ່ານມາ ຈັງຫວະດັ່ງກ່າວເກີດຂຶ້ນຫຼັງມີຜູ້ຫຼິ້ນຂອງ ຫວຽດນາມ ບາດເຈັບ ແລະ ຜູ້ຮັກສາປະຕູຂອງ ຫວຽດນາມ ໄດ້ຖີ້ມບານອອກຂ້າງ ເພື່ອຢຸດເກມ ແຕ່ຫຼັງຈາກນັ້ນ ໄທ ກໍໄປໂຍນບານໄປຮອດ ສຸກພະໂຊກ ສາຣະຊາດ ກອງໜ້າທີມຊາດໄທ ໄດ້ບານກ່ອນຍິງສຸດຂ້າມຫົວຜູ້ຮັກສາປະຕູ ຫວຽດນາມ ເຂົ້າໄປ ຈົນເຮັດໃຫ້ຜູ້ຫຼິ້ນຂອງ ຫວຽດນາມ ແລະ ແຟນບານ ບໍໍ່ພໍໃຈ ເພາະອາດເຫັນວ່າບໍ່ເໝາະສົມ ເນື່ອງຈາກຈັງຫວະດັ່ງກ່າວ ຄວນສົ່ງບານຄືນໃຫ້ ທີມຊາດຫວຽດນາມ

ຫຼ້າສຸດ ເມື່ອວັນທີ 6 ມັງກອນ 2025 ສຸກພະໂຊກ ສາຣະຊາດ ໄດ້ອອກມາຊີ້ແຊງໃນເພຈ໌ບຸກສ່ວນຕົວວ່າ: ຂ້ອຍຢາກຊີ້ແຈງປະເດັນທີ່ຂ້ອຍຍິງປະຕູວ່າ ຂ້ອຍບໍ່ໄດ້ມີເຈດຕະນາຈະບໍ່ແຟເພລ, ໂມເມັ້ນຕອນນັ້ນ ທີມຊາດໄທ ກໍາລັງບຸກຢ່າງໜັກ ເພື່ອຕ້ອງການປະຕູຕີສະເໝີ ແລະ ມີຈັງຫວະກ່ອນໜ້ານັ້ນຂ້ອຍຖືກຕັດຟາວກາງສະໜາມ ແລະ ຄວນໄດ້ໃບເຫຼືອງ ຫຼັງບານອອກຂ້ອຍກໍເຂົ້າໄປຍາດ ກໍາມະການເລື່ອງຕັດຟາວ ແລະ ຂໍໃຫ້ເບິ່ງ VAR ດ້ວຍໂມແມັ້ນຕອນນັ້ນ, ພວກເຮົາບໍ່ໄດ້ໂຟກັດວ່າ ໃຜເປັນຄົນເຕະບານອອກ ແລະ ບໍ່ໄດ້ສົນໃຈອີກດ້ວຍ ເພາະມົວແຕ່ໄປເຈລະຈາກັບກໍາມະການ ດ້ວຍຄວາມໂມໂຫພໍຮູ້ສຶກອີກຄັ້ງ ບານກໍມາເຖິງຕົວເອງ ແລະ ດ້ວຍສັນຊາດຕະຍານ ແລະ ໂມເມັ້ນ ເສຍໃນສະໜາມຕອນນັ້ນເຮັດໃຫ້ຕັດສິນໃຈຍິງໃນສ້ຽວວິນາທີ ເພາະຄິດວ່າ ທີມກໍາລັງຫຼິ້ນເກມບຸກຕໍ່ເນື່ອງ, ຮູ້ສຶກອີກຄັ້ງ ຫວຽດນາມ ກໍມາປະທ້ວງ ແລະ ຂ້ອຍກໍງົງວ່າ ເຮັດຫຍັງຜິດ ແລະ ໄດ້ອະທິບາຍກັບຜູ້ຫຼິ້ນ ຫວຽດນາມ.

ໃນຖານະນັກເຕະອາຊີບຂ້ອຍບໍ່ໄດ້ເຄີຍມີເຈດຕະນາບໍ່ດີ ແຕ່ຢ່າງໃດ ພຽງແຕ່ເຮັດໄປໂດຍຈັງຫວະເກມ ໃນຕອນນັ້ນ ແລະ ຢາກຊີ້ແຈງໃຫ້ເຂົ້າໃຈ ຍິນດີກັບ ແຊັມ ແລະ ພົບກັນໃໝ່.

LEAVE A REPLY

Please enter your comment!
Please enter your name here