ກຽມຈັດຍິ່ງໃຫຍ່ສໍາລັບງານເທດສະການອາຫານລາວ ຄັ້ງທີ 20 ທີ່ຈະເປີດຂຶ້ນເປັນທາງການໃນລະຫວ່າງວັນທີ 22-26 ມັງກອນ 2025 ທີ່ສວນເຈົ້າອານຸວົງ ແຄມຂອງນະຄອນຫຼວງວຽງຈັນພາຍໃຕ້ຄໍາຂວັນ: “ 20 ປີ ເທດສະການອາຫານລາວມີໄຊ ສືບຕໍ່ກ້າວໄປສູ່ສາກົນ.”
ພິທີຖະແຫຼງຂ່າວ ກ່ຽວກັບງານດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 6 ມັງກອນ 2025 ທີ່ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໃຫ້ກຽດເປັນປະທານຮ່ວມມີທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການ ຈັດງານເທດສະການອາຫານລາວ 2025, ທ່ານ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ຈຸດປະສົງຂອງການຈັດງານ ຄື:
1) ເພື່ອຄໍານັບຮັບຕ້ອນ ຄົບຮອບ 20 ປີ ຂອງການຈັດຕັັ້ງງານເທດສະການອາຫານລາວຂອງສະມາຄົມນັກທຸລະກິດແມ່ຍິງລາວ ແລະ ສ້າງຂະບວນການເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງສະມາຄົມນັກທຸລະກິດແມ່ຍິງໃນປີ 2025 ນີ້;
2) ເພື່ອສືບຕໍ່ອະນຸລັກ ວັດທະນະທໍາ ດ້ານອາຫານລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວ, ແລະ ສາມາດຂາຍຜ່ານລະບົບອອນລາຍໃນຍຸກດິຈິຕອນໄດ້ ເພື່ອສ້າງລາຍຮັບຂອງ ຜູ້ປະກອບການແມ່ຍິງລາວກ່ຽວກັບອາຫານໃຫ້ເປັນປົກກະຕິ;
3) ເພື່ອເສີມຂະຫຍາຍຄວາມສາມັກຄີ, ສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກພາຍໃນສະມາຄົມນັກທຸລະກິດຍິງດ້ວຍກັນ ແລະ ຜູ້ປະກອບການແມ່ຍິງທາງດ້ານອາຫານໃນທົ່ວປະເທດ ແລະໃນຕ່າງປະເທດ, ສາມາດສ້າງເປັນແບຣນ (BRAND) ອາຫານເອກະລັກແບບລາວໆ ຈໍາໜ່າຍອອກສູ່ສາກົນ ແລະໃຫ້ເປັນທີ່ຮູ້ຈັກແລະແຜ່ຫຼາຍທັງພາຍໃນ ແລະຕ່າງປະເທດ; 4) ໂຄສະນາ ແລະສົ່ງເສີມທຸລະກິດອາຫານລາວໃຫ້ເປັນທີ່ຍອມຮັບວ່າການບໍລິໂພກອາຫານລາວແມ່ນສະອາດ ແລະປອດໄພ.
ງານຄັ້ງນີ້ຈະຈັດແບບເປີດກວ້າງ ໂດຍມີອາຫານລາວແບບພື້ນບ້ານ, ອາຫານລາວປະຍຸກ ແລະອາຫານນາໆຊາດ ມາວາງຂາຍ ເຖິງ 180 ຮ້ານໃນນັ້ນ, ອາຫານເອກກະລັກຈາກແຂວງຕ່າງໆ ແລະ ຈາກຜູ້ສະໜັບສະໜູນງານລວມ 160 ຮ້ານ, ຂາຍເຄື່ອງຫັດຖະກໍາ ແລະກະສິກໍາ 20 ຮ້ານ. ຄາດຄະເນເມັດເງິນໝູນວຽນປະມານ 10 ຕື້ຕີບ.
ນອກຈາກການວາງສະແດງ-ຂາຍອາຫານລາວ, ພາຍໃນງານຍັງຈະການສະແດງສິລະປະວັນຄະດີ, ການຕົບແຕ່ງເຮືອນຄົວລາວ, ການແຂ່ງຂັນ “ພາເຂົ້າທ່ຽງອາຫານລາວ” (Lao Food lunch), ການສໍາມະນາ “ອາຫານລາວ ເພື່ອສຸຂະພາບ” (Healthful eating) ແລະ ກິດຈະກຳອື່ນໆອີກ.
ທ່ານ ນາງ ຈັນທະຈອນ ວົງໄຊ ຍັງໄດ້ເຊີນຊວນ ບັນນດາຜູ້ປະກອບການ, ຊາວຄ້າຂາຍ, ພໍ່ແມ່ປະຊາຊົນ, ພະນັກງານ ທຸກຂະແໜງ ບັນດານັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມ, ຊີມ ແລະ ຊື້ອາຫານ ແລະ ສິນຄ້າພາຍໃນງານເທສະການອາຫານລາວອີກດ້ວຍ.