ໃນວັນທີ 5 ມັງກອນ 2025 ໄດ້ມີພິທີເປີດ “ຫໍພິພິທະພັນ ສິລະປະລາວ” ຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາປະທານປະເທດ, ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ພິຊິດ ໄຊຍະທິດ ຜູ້ກໍ່ຕັ້ງ ແລະ ປະທານ ຫໍພິພິທະພັນ ສິລະປະລາວ, ມີບັນດາການນຳ, ອະດີດການນຳ, ທູດ, ທູຕານຸທູດ, ບັນດານັກທຸລະກິດ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແລະ ຖືກເຊີນເຂົ້າຮ່ວມ.
ທ່ານ ພິຊິດ ໄຊຍະທິດ ຜູ້ກໍ່ຕັ້ງ ແລະ ປະທານ ຫໍພິພິທະພັນ ສິລະປະລາວ ກ່າວບາງຕອນວ່າ: ຫໍພິພິທະພັນແຫ່ງນີ້ ບໍ່ແມ່ນເປັນພຽງສະຖານທີ່ວາງສະແດງຜົນງານສິລະປະກຳ ເທົ່ານັ້ນ ແຕ່ມັນຍັງເປັນການສະແດງໃຫ້ເຫັນເຖິງຄວາມຫຼົງໄຫຼໃນວັດທະນາທຳ, ສິລະປະອັນງົດງາມຂອງຊາວລາວ, ທັງສະແດງອອກເຖີງຄວາມມຸ້ງມານະ, ຄວາມພາກພຽນພະຍາຍາມຢ່າງບໍ່ຮູ້ອິດເມື່ອຍໃນການປະດິດສ້າງດ້ວຍຈິດວິນຍານ ອັນສວຍງາມ ແລະ ມີຄຸນຄ່າທາງສິລະປະຂອງລາວ ມັນໄດ້ສະແດງອອກເຖີງ ສັກສີທາງວັດທະນະທຳ. ເຊິ່ງໄມ້ທ່ອນ ຫຼື ເຫງົ້າໄມ້ ທີ່ນໍາມາໃຊ້ ໃນການແກະສະຫຼັກຂອງພວກເຮົານັ້ນ ລ້ວນແລ້ວແຕ່ແມ່ນ ໄມ້ນອນຂອນຕາຍ, ເປັນເສດໄມ້ຈາກພື້ນທີ່ນໍ້າຖ້ວມ ທີ່ຕົກຄ້າງໃນໂຄງການສ້າງເຄື່ອນໄຟຟ້າຕ່າງໆ ຫຼື ເຫງົ້າໄມ້ ທີ່ເກັບມາຈາກ ທ້ອງໄຮ່ ທ້ອງນາ ຂອງປະຊາຊົນ ໂດຍໄມ້ເຫຼົ່ານີ້ ຄັ້ງໜຶ່ງຖືວ່າ ເປັນໄມ້ເສດເຫຼືອ ຫຼື ໄມ້ທີ່ບໍ່ມີຄຸນຄ່າສູງພໍປານໃດ. ແຕ່ເມື່ອຖືກນໍາມາປະດິດສ້າງ ຫັນປ່ຽນໃຫ້ກາຍເປັນຜົນງານ “ສິລະປະກຳ” ທີ່ງົດງາມແລ້ວ ມັນໄດ້ກາຍເປັນຊັບສິນອັນລໍ້າຄ່າ. ເພື່ອປະຕິບັດຕາມ ແຜນຍຸດທະສາດການພັດທະນາແບບຍືນຍົງ ແລະ ເຕີບໂຕສີຂຽວ ຂອງພັກ ແລະ ລັດຖະບານ, ພວກຂ້າພະເຈົ້າ ໄດ້ປະຕິບັດຕາມພັນທະສັນຍາ ໃນການຄືນຄວາມອຸດົມສົມບູນສູ່ທຳມະຊາດ ດ້ວຍການປູກຕົ້ນໄມ້ 1 ລ້ານຕົ້ນ ເພື່ອຊົດເຊີຍ ແລະ ຟື້ນຟູຊັບພະຍາກອນປ່າໄມ້ໃນພື້ນທີ່ສໍາປະທານຂອງພວກເຮົາເອງ.
ໃນປີ 2018 ຂ້າພະເຈົ້າໄດ້ເປີດເປັນ ຫ້ອງພິພິທະພັນຂະໜາດນ້ອຍ ເພື່ອໃຫ້ຜູ້ທີ່ສົນໃຈເຂົ້າຢ້ຽມຊົມ. ຕໍ່ມາ ອົງການປົກຄອງ ນະຄອນຫຼວງວຽງຈັນ ໄດ້ກຳນົດໃຫ້ເອົາ ເຂດໜອງເຊືອມ ເປັນແຫຼ່ງທ່ອງທ່ຽວຂອງນະຄອນຫຼວງວຽງຈັນ, ພ້ອມນີ້ ລັດຖະບານກໍ່ໄດ້ໃຫ້ຄວາມສໍາຄັນ ສະໜັບສະໜຸນ ແລະ ອໍານວຍຄວາມສະດວກໃນດ້ານຕ່າງໆ. ທັງໝົດນັ້ນ ກາຍເປັນແຮງບັນດານໃຈອັນສຳຄັນ ໃນການສືບຕໍ່ພັດທະນາ ຫ້ອງພິພິທະພັນນ້ອຍ ດັ່ງກ່າວໃຫ້ກາຍເປັນ “ຫໍພິພິທະພັນ ສິລະປະລາວ” ດັ່ງທີ່ບັນດາທ່ານເຫັນ ແຫ່ງນີ້ ຈົນສໍາເລັດຜົນ.
ຫໍພິພິທະພັນນີ້ ຈະກາຍເປັນ ແມ່ເຫຼັກດຶງດູດນັກທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບທຸລະກິດໃນພື້ນທີ່ ແລະ ສ້າງວຽກເຮັດງານທໍາ ໃຫ້ຫຼາຍພາກສ່ວນ ເຊັ່ນ: ການບໍລິການ, ການຄ້າຂາຍຍ່ອຍ, ງານສິລະປະກຳ ແລະ ຜູ້ປະກອບການອື່ນໆ ສາມາດສ້າງວຽກເຮັດງານທຳ ແລະ ມີລາຍຮັບ. ສໍາລັບ ພິພິທະພັນເອງ ກໍ່ຈະສ້າງວຽກເຮັດງານທໍາແບບໂດຍກົງ ໄດ້ 300 ຫາ 400 ຄົນ ໂດຍຈະມີການບໍລິການໂຮງແຮມ, ຮ້ານອາຫານ, ຮ້ານກາເຟ ແລະ ຮ້ານຂາຍເຄື່ອງທີ່ລະລຶກ ເຊິ່ງຖືເປັນການປະກອບສ່ວນໜຶ່ງ ເຂົ້າໃນວຽກງານເສດຖະກິດ, ນໍາເອົາຄວາມຈະເລີນຮຸ່ງ ເຮືອງມາໃຫ້ປະຊາຊົນ.
ຫໍພິພິທະພັນແຫ່ງນີ້ ຈະກາຍເປັນສູນກາງເຕົ້າໂຮມ ຄວາມສາມັກຄີ ເປັນພື້ນທີ່ຫນື່ງ ໃຫ້ຜູ້ຄົນຈາກທຸກແຫ່ງຫົນມາພົບປະສົນທະນາ, ແລກປ່ຽນບົດ ຮຽນປະສົບການ, ຄວາມຮູ້ທາງປະຫວັດສາດ ແລະ ວັດທະນາທຳ, ສ້າງຄວາມເຂົ້າໃຈຊຶ່ງກັນ ແລະ ກັນ, ຮ່ວມກັນພັດທະນາ ຄວາມຄິດສ້າງສັນ ແລະ ສົ່ງເສີມສຸຂະພາບຈິດຂອງຜູ້ມາທ່ຽວຊົມ ແລະ ນີ້ກໍ່ຖືວ່າ ເປັນການປະກອບສ່ວນ ອີກດ້ານໜຶ່ງ ໃນການພັດທະນາສັງຄົມທີ່ມີວັດທະນາທຳອັນດີງາມ; ດ້ານການສຶກສາ ຫໍພິພິທະພັນແຫ່ງນີ້ ຈະເປັນແຫຼ່ງຮຽນຮູ້ທີ່ສໍາຄັນ, ສາມາດຈັດກິດຈະກຳຫຼາຍຮູບແບບເປັນຕົ້ນແມ່ນ: ການຝຶກອົບຮົມ, ສຳມະນາ, ເທດສະການວາງສະແດງສິລະປະກຳ ໃຫ້ແກ່ໄວໜຸ່ມ-ເຍົາວະຊົນ, ເປັນແຮງບັນ ດານໃຈໃຫ້ແກ່ເຂົາເຈົ້າໃນການພັດທະນາຕົນເອງ. ນອກຈາກນັ້ນ ຍັງສາມາດກາຍ ເປັນ ສູນຄົ້ນຄວ້າຂໍ້ມູນທາງສິລະປະກຳໃຫ້ທຸກຄົນ ສາມາດເຂົ້າເຖິງໄດ້.
ພ້ອມນີ້ເປັນການສ້າງພາບພົດໃໝ່ ທີ່ເຕັມໄປດ້ວຍ ຄວາມເອກອ້າງທະນົງໃຈທາງດ້ານສິລະປະ ແລະ ວັດທະນາທຳຂອງຊາດລາວ ໃຫ້ຊາວໂລກ ໄດ້ຮັບຮູ້ຢ່າງກວ້າງຂວາງ. ເຊື່ອໝັ້ນວ່າ ຫໍພິພິທະພັນ ແຫ່ງນີ້ ຈະກາຍເປັນແລນມາກໃຫມ່, ກາຍເປັນສະຖານທີ່ ທີ່ມີເອກະລັກທາງວັດທະນະທຳ ທີ່ສ້າງຊື່ສຽງລະດັບຊາດ ທັງເປັນສູນກາງແຫ່ງຄວາມຄິດປະດິດສ້າງ ແລະ ການແລກປ່ຽນນະວັດຕະກຳ ສຳລັບຄົນລຸ້ນໃໝ່.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວບາງຕອນວ່າ: ຫໍໍພິພິຕະພັນ ສິລະປະລາວ ຮ່ວມສະໄໝ ແຫ່ງນີ້ແມ່ນສັນຍາລັກແຫ່ງຄວາມມີສີໄມ້ລາຍມື ແລະ ຄວາມຮູ້ຄວາມສາມາດຂອງຄົນລາວ, ເຊິ່ງເປັນສິ່ງຢືນຢັນວ່າສາມາສິລະປະລາວສາມາດປະກົດຕົວ ແລະ ຄົງຕົວຢູ່ບົນເວທີໂລກໄດ້ດ້ວຍຄວາມພາກພູມໃຈ, ເຊິ່ງບໍ່ເປັນພຽງການເກັບຮັກສາຜົນງານສິລະປະທີ່ມີແຮງບັນດານໃຈ, ຄວາມຄິດທີ່ສ້າງສັນ ທັງເປັນການເຊື່ອມສານວັດທະນະທຳລາວເຂົ້າກັບຈິດໃຈທາງດ້ານວັດທະນະທຳ ຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຄາດວ່າພິພິຕະພັນແຫ່ງນີ້ຈະເປັນອີກໜຶ່ງປັດໄຈໃນການສົ່ງເສີມການທ່ອງທ່ຽວ ທີ່ເປັນສູນກາງເສດຖະກິດໃນຮູບແບບຂອງການທ່ອງທ່ຽວວັດທະນະທຳ, ສ້ຊ່ວຍສ້າງວຽກເຮັດງານທຳແກ່ຊຸມຊົນ ແລະ ສ້າງລາຍໄດ້ໃຫ້ກັບປະຊາຊົນໃນທ້ອງຖິ່ນ ພ້ອມທັງກະຕຸ້ນການລົງທຶນໃໝ່ໃນພາກບໍລິການການທ່ອງທ່ຽວອີກດ້ວຍ.