ຫງວຽນ ຊວນ ເຊິນ ກອງໜ້າຕົວເກັ່ງຂອງຫວຽດນາມ ຜ່າຕັດກະດູກນ່ອງຫັກ ຕ້ອງພັກຍາວ

0
100

ກາຍເປັນຂ່າວຮ້າຍສໍາລັບ ທີມຊາດຫວຽດນາມ ເມື່ອຕ້ອງຂາດນັກເຕະກອງໜ້າຄົນສໍາຄັນຢ່າງ ຫງວຽນ ຊວນ ເຊິນ ໄປຫຼາຍເດືອນ ແລະ ອາດພັກຍາວເຖິງ 1 ປີກໍເປັນໄດ້ ຫຼັງໄດ້ຮັບບາດເຈັບໜັກເຖິງຂັ້ນກະດູກນ່ອງຫັກ ໃນນັດຊີງຊະນະເລີດບານເຕະຊີງແຊັມອາຊຽນ ລາຍການ ASEAN Mitsubishi Electric Cup 2024 ກ່ອນທີ່ ຫວຽດນາມ ຈະຄວ້າແຊັມໄປດ້ວຍການເອົາຊະນະ ທີມຊາດໄທ 3-2 ເຮັດໃຫ້ຜົນລວມ 2 ນັດຊະນະໄປ 5-4.

ໂດຍນັດດັ່ງກ່າວ ຫງວຽນ ຊວນ ເຊິນ ກອງໜ້າຊາວບຣາຊິນ ທີ່ໂອນສັນຊາດເປັນພົນລະເມືອງຂອງ ຫວຽດນາມ ໄດ້ຮັບບາດເຈັບໃນເຄິ່ງເວລາທໍາອິດຈາກການສະປີດບານຂຶ້ນໜ້າກ່ອນຍິງແຕ່ເສຍຈັງຫວະລົ້ມລົງຜິດທ່າເຮັດໃຫ້ນອນຮ້ອງດ້ວຍຄວາມເຈັບປວດ ກ່ອນຖືກປ່ຽນຕົວອອກຈາກສະໜາມ ແລະ ນໍາສົ່ງໂຮງໝໍທັນທີ ເພື່ອເຂົ້າຮັບການຜ່າຕັດ.

ຫຼ້າສຸດ ທ່ານ ໂງ ທັນ ວາຍ ຮອງຫົວໜ້າເວດສາດການກີລາຂອງ ໂຮງໝໍໃນປະເທດຫວຽດນາມ ອອກມາເປີດເຜີຍຕໍ່ສື່ ຫວຽດນາມ ວ່າ: “ ຫຼັງຮັບການຜ່າຕັດ ກະດູກຈະຟື້ນຕົວໄດ້ດີຂຶ້ນ ເຊິ່ງຖ້າຫາກເຮັດຄວບຄູ່ກັບການກາຍະພາບບໍາບັດ ຈະເຮັດໃຫ້ນັກກີລາຈະສາມາດຟື້ນຕົວໄດ້ໃນໄລຍະ 6 ເດືອນ ຈົນເຖິງ 1 ປີ ແນ່ນອນວ່າ ຫງວຽນ ຊວນ ເຊິນ ຈະກັບມາລົງສະໜາມໄດ້ອີກຄັ້ງໜຶ່ງ ”.

ສໍາລັບ ຫງວຽນ ຊວນ ເຊິນສ້າງຜົນງານຢ່າງໂດດເດັ່ນລົງສະໜາມໃຫ້ກັບ ທີມຊາດຫວຽດນາມ ພຽງ 5 ນັດຍິງໄປ 7 ປະຕູ ກັບ 2 ແອັສຊິສ ພ້ອມກວດ 2 ລາຍວັນຄື ລາງວັນນັກເຕະດີເດັ່ນ ແລະ ດາວຍິງສູງສຸດ ໃນລາຍການ ASEAN Mitsubishi Electric Cup 2024 ລາຍລະອຽດເບິ່ງຄລິບ:

 

LEAVE A REPLY

Please enter your comment!
Please enter your name here