ການຜະລິດສະບຽງອາຫານໃນນະຄອນຫຼວງວຽງຈັນ

06 Jan 2025

ຄລິກແຊຣ໌ 0 Facebook WhatsApp

ປີ 2024 ນະຄອນຫຼວງວຽງຈັນ ສາມາດຜະລິດສະບຽງອາຫານຕອບສະໜອງໄດ້ພາຍໃນ ເຊີ່ງ ສາມາດຜະລິດເຂົ້າໄດ້ 234.459 ໂຕນສະເລ່ຍໄດ້ 206 ກິໂລຕໍ່ຄົນຕໍ່ປີ; ຜັກໄດ້ 116.424 ໂຕນ ສະເລ່ຍ 99 ກິໂລຕໍ່ຄົນຕໍ່ປີ; ຜະລິດ ຊີ້ນ, ປາ ແລະ ໄຂ່ ໄດ້ 82.056 ໂຕນ. ສະເລ່ຍຕໍ່ຫົວຄົນ 76,9 ກິໂລຕໍ່ຄົນຕໍ່ປີ.

ທ່ານ ນາງ ວັນມະນີ ພີມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ຊີ້ເເຈງຄໍາຖາມເຈາະຈິ້ມໃນ ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອທີ 8 ຂອງ​ສະ­ພາ​ປະຊາຊົນ ນະຄອນຫຼວງວຽງຈັນ ຊຸດ​ທີ II ໃຫ້ຮູ້ວ່າ: ປັດຈຸບັນນະຄອນຫຼວງວຽງຈັນ ມີກຸ່ມການຜະລິດທັງໝົດ 143 ກຸ່ມ, ມີສະມາຊິກ 5.221 ຄອບຄົວ, ມີເນື້ອທີ່ 6.257 ເຮັກຕາ, ມີຜົນຜະລິດ 72.952 ໂຕນ; ມີ 8 ສະຫະກອນ, ມີສະມາຊິກ 339 ຄົນ(ສະຫະກອນ​ຜະລິດ​ກະສິກຳ​ອິນ​ຊິ​ທົ່ງ​ມັ່ງ, ສະຫະກອນ​ຜະລິດ​ກະ​ສິກຳ​ອິນ​ຊີ​ທ່າ​ຊ້າງ, ສະຫະ​ກອນ​ໂຮງ​ອົບ​ເຂົ້າ​ທ່າ​ເດື່ອ​ສິງ​ຫອມສະຫະກອນ 3 ​ເອັບ ກະສິກຳ​ຍືນຍົງ​ຂອງ​ຄົນ​ລາວ, ສະຫະກອນ​ລ້ຽງ​ໄກ່​ຊີ້​ນ ປາກ​ຊາບ ​ແລະ ສະຫະກອນ KT ສົ່ງ​ເສີມ​ກະສິກຳ). ຜ່ານການຕິດຕາມເຫັນວ່າກຸ່ມການຜະລິດ ທີ່ເຂັ້ມແຂງມີ 97 ກຸ່ມ(67,8%), ກຸ່ມປານກາງ 46 ກຸ່ມ(32,2%).

ການຜະລິດເຂົ້າ: ໃນປີ 2023 ທົ່ວນະຄອນຫຼວງວຽງຈັນ ສາມາດລິດເຂົ້າເປືອກລວມ ທັງໝົດ 276.482 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 260 ກິໂລ/ຄົນ/ປີ. ໃນປີ 2024 ການຜະລິດເຂົ້າ ຄາດຄະເນຜົນຜະລິດເຂົ້າເປືອກທັງໝົດ 234.459 ໂຕນ, ສະເລ່ຍໄດ້ 206 ກິໂລຕໍ່ຄົນຕໍ່ປີ.

ປະເພດພືດຜັກ: ໃນປີ 2024 ການຜະລິດພືດຜັັກໃນນະຄອນຫຼວງວຽງຈັນ ໄດ້ທັງໝົດ 116.424ໂຕນ ສະເລ່ຍ 99 ກິໂລຕໍ່ຄົນຕໍ່ປີ, ເຫຼືອເປັນສິນຄ້າ 9.028 ໂຕນ. ລາຍການພືດຜັກທີ່ຜະລິດໄດ້ເປັນຕົ້ນ ຜັກກາດ, ຜັກສະຫລັດ, ຫອມລາບ, ບົວລະພາ, ຫອມປ້ອມ, ຫອມເປ, ໝາກອຶ, ຜັກຊີ, ໝາກເຜັດ, ຜັກບົ້ງ, ຜັກອີ່ຕູ່, ບົ່ວໃບ, ເຫັດນາງລົມ, ຂອນຂາວ, ໝາກຖົ່ວຍາວ, ໝາກເຂືອ,  ໝາກແຕງ, ໝາກບວບ ແລະ ອື່ນໆ. ສຳລັບພືດທີ່ຜະລິດບໍ່ທັນພຽງພໍໂດຍສະເພາະ ລະດູຝົນ ມີໝາກເຜັດໃຫຍ່ກະລ່ຳປີ, ບອກໂຄລີ, ກະລົດ, ຫົວຜັກບົ່ວ, ຫົວຜັກທຽມ;

ການຜະລິດຊີ້ນ, ປາ, ໄຂ່: ໃນປີ 2024 ຂະຫຍາຍຝູງສັດສະເລ່ຍໄດ້ 20% ຕໍ່ປີ, ສະໜອງ ຊີ້ນ, ປາ ແລະ ໄຂ່ທັງໝົດໄດ້ 82.056 ໂຕນ. ສະເລ່ຍຕໍ່ຫົວຄົນ 76,9 ກິໂລ/ຄົນ/ປີ). ປັດຈຸບັນໃນນະຄອນຫຼວງວຽງຈັນ ມີຟາມໝູຊີ້ນ 131 ຟາມ ຜະລິດໝູໄດ້ 259.200ໂຕ, ເປັນຊີ້ນ 17.767ໂຕນ, ຟາມໄກ່ພັນຊີ້ນ 61 ແຫ່ງ, ຜະລິດໄກ່ໄດ້ 1,6 ລ້ານກວ່າໂຕ, ຟາມໄກ່ໄຂ່ 219 ຟາມ, ຜົນຜະລິດໄຂ່ໄດ້ 20.656 ໂຕນ(ເຫັນວ່າເຫຼືອຄວາມຕ້ອງການຢູ່ 11 ພັນໂຕນ). ນອກນີ້ກໍຍັງມີສັດລ້ຽງຂອງປະຊາຊົນ ທີ່ລ້ຽງແບບຄອບຄົວ. ແຕ່ສິ່ງທີ່ຍັງບໍ່ພໍມີດັ່ງນີ້:

+ ໝູຊີ້ນ ມີຄວາມຕ້ອງການ 297.500 ໂຕ, ກໍາລັງການຜະລິດສາມາດສະໜອງໄດ້ 255.000 ໂຕ, ຍັງບໍ່ພໍ 42.500 ໂຕ ເທົ່າກັບ 3.131 ໂຕນ.

+ ໄກ່ຊີ້ນ ມີຄວາມຕ້ອງການ 8.787 ໂຕນ, ສາມາດຜະລິດໄດ້ 6.152 ໂຕນ, ຍັງບໍ່ພໍ 2.635 ໂຕນ.(ໂດຍສະເພາະແມ່ນສັດປີກທີ່ມີການແຍກສິ້ນສ່ວນ).

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ