ເອສະຣາ ເອັຟຊີ ເກັບໄຊຊະນະ 8 ນັດລວດໜີຫ່າງອັນດັບ 2 ຢູ່ 5 ຄະແນນໃນ ເປບຊີ ລາວລີກ 1

0
38

ເອສະຣາ ເອັຟຊີ ຍັງສະກົດຄໍາວ່າສະເໝີ ແລະ ເສຍບໍ່ເປັນ ໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2024/2025 ຫຼັງນັດຫຼ້າສຸດບຸກໄປເອົາຊະນະ ຈໍາປາສັກ ເອັຟຊີ 4-0 ໃນອາທິດທີ 8 ( ນັດທໍາອິດຮອບຂາກັບ ) ເມື່ອວັນທີ 5 ມັງກອນ 2025 ທີ່ສະໜາມກີລາແຂວງຈໍາປາສັກ ເຮັດໃຫ້ປັດຈຸບັນ ເອສະຣາ ເອັຟຊີ ຍັງຮັກສາໄລຍະຫ່າງອັນດັບ 2 ຢູ່ທີ່ 5 ຄະແນນ.

ນັດດັ່ງກ່າວ ເອສະຣາ ຄຸມເກມໄດ້ເໜືອກວ່າທຸກຢ່າງກ່ອນທີ່ຈະມາໄດ້ປະຕູຈາກ ເບີ 10 ໂຈນີ້ ແຫວນປະເສີດ ນາທີ 36, ເບີ 8 ດາຫມົດ ທອງຄຳສະຫວັດ ນາທີ 45+3, ເບີ 4 ອານັນຕະຊາ ສີພົງພັນ ນາທີ 55, ເບີ 7 ປີເຕີ້ ພັນທະວົງ ນາທີ 75 ເອົາຊະນະ ຈໍາປາສັກ ເອັຟຊີ 4-0.

ສ່ວນຜົນຄູ່ອື່ນໆໃນອາທິດທີ 8 ມີດັ່ງນີ້: ສະໂມສອນ ຊ້າງນ້ອຍ ເປີດບ້ານເອົາຊະນະ ສະໂມສອນ ມັດສະດ້າ ວຽງຈັນ 5-0, ນ້ຳທາ ຢູໄນເຕັດ ເປີດບ້ານເສຍໃຫ້ກັບ ສະໂມສອນ ມາດສະເຕີ້ 2-3 ແລະ ສະໂມສອນ ຫຼວງພະບາງ ເປີດບ້ານບຽດເອົາຊະນະ ສະໂມສອນ ກອງທັບ 4-3.

ອັບເດດ ຕາຕະລາງຄະແນນລວມ ເປບຊີ ລາວລີກ 1 ລະດູການ 2024/2025 ປະຈໍາວັນທີ 5 ມັງກອນ 2025 ຫຼັງຜ່ານໄປ 8 ມີຄື: ເອສະຣາ ເອັຟຊີ ຢຶດທີມນໍາຈາກຜົນງານຊະນະ 8 ນັດລວດມີ 24 ຄະແນນ, ອັນດັບ 2 ຊ້າງນ້ອຍ ເອັຟຊີ ມີ 19 ຄະແນນ, ອັນດັບ 3 ມາສເຕີ ເອັຟຊີ ມີ 16 ຄະແນນ, ອັນດັບ 4 ຫຼວງພະບາງ ມີ 15 ຄະແນນ, ອັນດັບ 5 ນໍ້າທາ ຢູໄນເຕັດ ມີ 7 ຄະແນນ, ອັນດັບ 6 ກອງທັບ ເອັຟຊີ ມີ 7 ຄະແນນ, ອັນດັບ 7 ຈໍາປາສັກ ເອັຟຊີ ມີ 3 ຄະແນນ ແລະ ອັນດັບ 8 ມັດສະດ້າ ວຽງຈັນ ມີ 2 ຄະແນນ.
ຂ່າວ: Larh Creators ; ຮູບຈາກ: Lao League 1 ລາວລີກ 1

LEAVE A REPLY

Please enter your comment!
Please enter your name here