ງານສະເຫຼີມສະຫຼອງບຸນກິນຈຽງ ຫຼື ບຸນນໍເປເຈົ່າ ຂອງຊົນເຜົ່າມົ້ງ ຢູ່ສວນພືກສາ, ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 3 ມັງກອນ 2025 ໂດຍມີ ທ່ານ ຄຳໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ, ມີຮອງເລຂາພັກ ເມືອງນາຊາຍທອງ, ມີພາກລັດ ຫົວໜ່ວຍທຸລະກິດ ພ້ອມດ້ວຍມວນຊົນຊາວເຜົ່າມົ້ງ, ປະຊາຊົນບ້ານດ່ານຊີ ແລະ ນັກທ່ອງທ່ຽວເຂົ້າຮ່ວມ.
ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ໃຫ້ຮູ້ວ່າ: ສວນພຶກສາ ຈັດງານບຸນນໍເປເຈົ່າ ເປັນປະຈໍາທຸກໆປີ ແລະ ປີນີ້ຈັດຂຶ້ນເປັນປີທີ 7 ໂດຍເລີ່ມແຕ່ວັນທີ 1-5 ມັງກອນ 2025 ເຊິ່ງປະກອບມີຫຼາຍກິດຈະກຳ ເປັນຕົ້ນ ກິດຈະກຳທາງສາສະໜາ ເຊັ່ນ: ວຽນຫຍ້າຄາ, ແກວ່ງໄກ່, ສູ່ຂວັນ ຜູກແຂນແບບຮີດຄອງເຜົ່າມົ້ງ, ຕຳເຂົ້າປ່ຽງ ແລະ ໂຍນໝາກຄອນ.
ນອກນັ້ນ, ຍັງມີ ກິດຈະກຳແຂ່ງຂັນຮ້ອງເພງ ແລະ ປະກວດນາງສາວເຜົ່າມົ້ງ ນະຄອນຫຼວງວຽງຈັນ ປະຈຳປີ 2025 ເຊິ່ງສ້າງບັນຍາກາດ ໃຫ້ງານສະເຫຼີມສະຫຼອງບຸນກິນຈຽງ ມີຄວາມຄຶກຄື້ນມ່ວນຊື່ນ, ຮັກສາໄດ້ຄວາມສາມັກ ຄີ, ຮັກແພງ, ຮີດຄອງປະເພນີ ຂອງຊົນເຜົ່າມົ້ງ ແລະ ອື່ນໆ.
ການຈັດງານໃນຄັ້ງນີ້, ເພື່ອສົ່ງເສີມ ແລະ ໃຫ້ໂອກາດແກ່ລູກຫຼານ ຊົນເຜົ່າມົ້ງ ທັງຊາວໜຸ່ມ ທັງຍິງ ແລະ ຊາຍ ໃຫ້ມີບ່ອນສະແດງຄວາມສາມາດຮອບດ້ານ ຂອງເຂົາເຈົ້າ ທາງດ້ານປັນຍາສຶກສາ, ສິລະປະສຶກສາ ແລະ ອື່ນໆ ຈາກລະດັບທ້ອງຖິ່ນສູ່ລະດັບຊາດ ແລະ ກ້າວສູ່ສາກົນ, ທັງເປັນການ ສົ່ງເສີມສິນຄ້າບັນດາເຜົ່າ ໂດຍໄດ້ຈັດໃຫ້ມີຮ້ານວາງສະແດງ ຜະລິດຕະພັນທີ່ເປັນສິນຄ້າໂອດັອບ ແລະ ສິນຄ້າທົ່ວໄປ. ພ້ອມນີ້, ຍັງເປັນການສ້າງຄວາມສາມັກຄີພາຍໃນຂອງຊົນເຜົ່າມົ້ງ ກັບເຜົ່າອື່ນໆ ໄດ້ຊ່ວຍກັນປົກປັກຮັກສາຮີດຄອງປະເພນີອັນລໍ້າຄ່າ ຂອງຕົນເອງໄວ້ ແລະ ຊ່ວຍກັນສົ່ງເສີມໃຫ້ຢູ່ຄູ່ວັດທະນະ ທຳລາວ ຕະຫຼອດໄປ.
ທ່ານ ພູວົງ ພະມີສິດ ຍັງໃຫ້ຮູ້ອີກວ່າ: ສວນພຶກສາ ໄດ້ນໍາເອົາລູກໆຫຼານໆ ຂອງຊົນເຜົ່າມົ້ງ ເຂົ້າມາຝຶກຝົນຫຼໍ່ຫຼອມ ໃຫ້ເກີດມີຄວາມກ້າຫານ, ມີຄວາມຮູ້ຮອບຕົວຫຼາຍຂຶ້ນ, ມີຄວາມສາມາດ, ມີປະສົບການ ແລະ ມີເພື່ອນມິດ.
ພ້ອມນີ້, ເວທີການປະກວດນາງສາວເຜົ່າມົ້ງ ໃນໄລຍະຜ່ານມາ ໄດ້ສ້າງນາງສາວງາມ ທີ່ມີຄຸນນະພາບ, ມີຄວາມສາມາດໄປແຂ່ງຂັນໃນເວທີລະດັບໂລກມາແລ້ວ ເປັນຕົ້ນ ນາງສາວເຜົ່າມົ້ງ ປາເຢັງ ຊາລໍ ນັ້ນຄືຕົວຢ່າງໜຶ່ງ ທີ່ຢັ້ງຢືນຕໍ່ສາຍຕາຂອງສັງຄົມວ່າ ກິດຈະກຳ ຢູ່ສວນພຶກສາ ໄດ້ສ້າງບຸກຄະລາກອນ ທີ່ດີໃຫ້ແກ່ປະເທດຊາດ ແລະ ບັນດານ້ອງໆ ທີ່ຜ່ານການແຂ່ງຂັນ ແລະ ໄດ້ຮັບລາງວັນຊະນະເລີດ ໄດ້ກາຍມາເປັນຄູຝຶກ ໃຫ້ແກ່ ນ້ອງໆຮຸ່ນຕໍ່ໆມາໄດ້ເປັນຢ່າງດີ.