ການປູກຫວາຍໂຕ່ນ

0
78

ຄຸນປະໂຫຍດການປູກຫວາຍໂຕ່ນ ເພື່ອນໍາໃຊ້ເສັ້ນເຂົ້າໃນການເຮັດຫັດຖະກໍາຈັກສານ ເພື່ອນໍາໃຊ້, ຍອດຕັດບໍລິໂພກ, ຂາຍຍ່ອຍ ຫຼື ປຸງແຕ່ງໃຫ້ແຫ້ງເກັບຮັກສາ ແລະ ສົ່ງຂາຍ.

  1. ປັດໄຈທີ່ຄວນເລືອກ

– ເນື້ອທີ່ຈະຕ້ອງຢູ່ກາງແຈ້ງສໍາລັບຫວາຍເອົາຍອດ

– ເນື້ອທີ່ຕ້ອງຢູ່ກ້ອງຮົ່ມໄມ້ ຖ້າປູກເພື່ອຕັດເສັ້ນ

– ລັກສະນະຂອງດິນ ຂ້ອນຂ້າງອຸດົມສົມບູນດີ

– ນໍ້າບໍ່ຖ້ວມຢູ່ບ່ອນທີ່ສູງຍິ່ງເປັນການດີ.

อาจเป็นรูปภาพของ ชวนชม

  1. ເຕັກນິການປູກ:

ແນວພັນ ແລະ ລະດູການ:

– ກະກຽມແນວພັນໃຫ້ໄດ້ ອາຍຸ 9-12 ເດືອນ

– ລະດູການທີ່ເໝາະສົມ ເດືອນ 5 ( ພຶດສະພາ )

+ ການຂຸດຂຸມ ແລະ ປູກ: ຂຸມປູກຂະໜາດ 30X30X30 ຊັງຕີແມັດ (ກວ້າງ,ຍາວ,ເລິກ) ໃສ່ຝຸ່ນຄອກຮອງກົ້ນຂຸມ 0,5 ກິໂລ ກຣາມ/ຂຸມ.

+ ໄລຍະຫ່າງການປູກ: ໄລຍະຫ່າງການປູກແມ່ນ 2X3 ແມັດ

ຫຼັງຈາກປູກແລ້ວຖົມດິນໃຫ້ແໜ້ນແລ້ວຫົດນໍ້າ 1-2 ຄັ້ງຕໍ່ອາທິດ (ຖ້າຝົນບໍ່ຕົກ) ພື້ນທີ່ປູກທີ່ເໝາະສົມ ສາມາດປູກໄດ້ຢູ່ໃນທົ່ວປະເທດ. ການບົວລະບັດຮັກສາ: ຫຼັງຈາກປູກໄດ້ 3 ເດືອນໃຫ້ເອົາຝຸ່ນຄອກໃສ່ໃນອັດຕາສ່ວນ 1 ກິໂລກຣາມ/ຕົ້ນ ຫຼື ຝຸ່ນວິທະຍາສາດໃສ່ອີກ 1 ຄັ້ງ ໃນ ອັດຕາສ່ວນ 200 ກຣາມ/ຕົ້ນ (ສູດ 15- 15- 15 ຫຼື 18-64-00) ພ້ອມທັງເສຍຫຍ້າ. ຫວາຍຊະນິດນີ້ຫຼັງ ຈາກປູກໄດ້ 2 ປີ ຈຶ່ງສາມາດຕັດຍອດໄດ້.

อาจเป็นรูปภาพของ ข้อความ

  1. ສະພາບສວນປູກຫວາຍ: ສວນປູກຫວາຍສາມາດຈັດຕັ້ງປະຕິບັດໄດ້ເອງລະດັບ ຄອບຄົວ ຫຼື ເປັນພື້ນທີ່ກວ້າງໃນທາງທຸລະກິດໂດຍບໍ່ຕ້ອງໃຊ້ແຮງງານຫຼາຍ, ເປັນການລົງທຶນໜ້ອຍສາມາດເກັບກູ້ຜົນຜະລິດໄດ້ຫຼາຍຍ້ອນຫວາຍຊະນິດນີ້ໃຫຍ່, ລາຄາແພງກວ່າຫວາຍແຍ້ ສ້າງລາຍຮັບໄດ້ຫຼາຍປີ ເຊິ່ງສາມາດປູກດ່ຽວ ຫຼື ປູກປະສົມກັບພືດອື່ນໆໄດ້ເນື້ອທີ່ 1 ໄລ່ຂຶ້ນໄປ (ເຊິ່ງໃຊ້ເບ້ຍປູກປະມານ 260 ເບ້ຍຕໍ່ 1 ໄລ່, ໄລຍະຫ່າງທີ່ເໝາະສົມ 2X3 ແມັດ) ຫວາຍຊະນິດນີ້ສາມາດປູກເພື່ອບໍລິໂພກ ຫຼື ຮັກສາໄວ້ຂາຍເສັ້ນໄດ້, ໝາຍຄວາມວ່າໃນ 24 ເດືອນ ຈະສາມາດຕັດຍອດໄດ້ປະມານ 2-4 ໜໍ່ຕໍ່ສຸມ ຫຼື ຫຼາຍກວ່ານີ້ ຖ້າຫາກຄວາມຊຸ່ມພຽງພໍ.
  2. ວິທີການຕັດຍອດຂາຍ:

– ສັງເກດເຫັນວ່າມີຈໍານວນຍອດສະເລ່ຍ 2-4 ຍອດ

– ຄວນເລືອກຕັດລຳຕົ້ນເດີມທີ່ນໍາມາປູກນັ້ນເສຍກ່ອນ ຍ້ອນມັນຈະເປັນລໍາອາຍຸແກ່ກ່ອນໝູ່ຖ້າເຫັນວ່າລໍາຕົ້ນເດີມໄດ້ເກີດໜໍ່ແລ້ວ.

– ຄັດເລືອກຕັດລໍາທີ່ມີໃບຍອຍກໍາລັງຈູມ ຍາວປະມານ 20 ຊັງຕີແມັດ.

– ຄວນຕັດຍອດໃກ້ຄຽງກັບພໍ່ໃໝ່ທີ່ກໍາລັງເກີດຂຶ້ນ ແລະ ສູງຈາກໜ້າດິນ 5 ຊັງຕີແມັດ.

– ຕັດຍອດໃນລະດູຝົນຈະໄດ້ໜໍ່ໃຫຍ່ ແລະ ໄດ້ປະລິມານຍອດອ່ອນຫຼາຍ.

ไม่มีคำอธิบายรูปภาพ

+ ຜົນໄດ້ຮັບຈາກການຕັດຍອດຫວາຍ: ສວນປູກຫວາຍທີ່ຖືກຕ້ອງຕາມເຕັກນິກທີ່ໄດ້ແນະນຳ ຈະສາມາດຕັດຍອດໄດ້ຍາວນານເຖິງ 20–40 ປີ ແລະ ຈາກການລົງທຶນພຽງຄັ້ງດຽວ ແຕ່ເກັບລາຍຮັບໄດ້ຍາວນານ. ຫວາຍໂຕ່ນຈະບໍ່ທົນຕໍ່ນໍ້າຖ້ວມ, ຖ້າມີນ້ຳຖ້ວມດົນ ຕົ້ນຫວາຍນ້ອຍກໍ່ຈະຕາຍ.

  1. ຜົນໄດ້ຮັບຈາກການຕັດເສັ້ນຫວາຍ: ການປູກຫວາຍເພື່ອຕັດເສັ້ນ ຈະມີຄວາມແຕກຕ່າງ ທາງດ້ານສະຖານທີ່ ຫຼື ປູກໃສ່ກ້ອງປ່າ, ຖ້າຫາກເຮົາປະໄວ້ 5 ປີຂຶ້ນໄປ ແລະ ໃສ່ຝຸ່ນຢ່າງໜ້ອຍປີລະ 1 ຄັ້ງ ເຮົາຈະສາມາດເລືອກຕັດເສັ້ນຫວາຍໄດ້ສຸມໜຶ່ງປະມານ 3 – 5 ເສັ້ນຄວາມຍາວສະເລ່ຍ 10-15 ແມັດ. ສະເພາະສວນປູກຫວາຍ ເພື່ອລວມພັນຢູ່ໃນໄລຍະທີ່ມີອາຍຸ 9 ປີ ເມື່ອຜ່ານການຕັດເສັ້ນຫວາຍລົງທົດລອງເຫັນວ່າຄວາມຍາວ ສະເລ່ຍ 18,34-20,32 ແມັດ.

ຂໍ້ມູນ: ຂ່າວສານການສົ່ງເສີມ

LEAVE A REPLY

Please enter your comment!
Please enter your name here