ຜັກກາດຂາວເປັນຜັກທີ່ນິຍົມບໍລິໂພກຂອງຄົນ ສ່ວນຫຼາຍໂດຍສະເພາະພາກສ່ວນໃບ ກິນເປັນຜັກສົດ ຫຼື ໃຊ້ປະກອບອາຫານອື່ນໆ. ເປັນຜັກທີ່ສາມາດປູກໄດ້ຕະຫຼອດປີ ແຕ່ປູກໄດ້ດີທີ່ສຸດແມ່ນໄລຍະເດືອນຕຸລາ ຫາ ກຸມພາ, ຈະເລີນເຕີບໂຕໄດ້ດີໃນດິນເກືອບທຸກຊະນິດ ແຕ່ດິນທີ່ເໝາະສົມທີ່ສຸດແມ່ນດິນຊາຍແກມຕົມທີ່ມີຄວາມອຸດົມສົມບູນສູງ, ປະຕິກິລິຍາຂອງດິນ (pH) 6-6,8 ເປັນພືດທີ່ຕ້ອງການຄວາມຊຸ່ມຊື່ນຂອງດິນສູງ ອຸນຫະພູມເໝາະສົມ 15 – 22 ອົງສາເຊ.
- ແນວພັນ: ຜັກກາດຂາວທີ່ໃຊ້ປູກໃນບ້ານເຮົາມີ 3 ປະເພດ ຄື:
– ພັນຂາວປີຍາວ: ລັກສະນະສູງຮູບໄຂ່ ( ພັນມີຊີລີ ຫຼື ຜັກກາດຫົງ, ຜັກກາດຂາວປີຝຣັ່ງ )
– ພັນຂາວປີກົມແໜ້ນ: ລັກສະນະສັ້ນອ້ວນກົມ ( ຊາລາເດຍ, ຊົງປີຄອນ )
– ພັນຂາວປີຫຼົມ: ເປັນຜັກກາດຂາວທີ່ໃຊ້ປູກທົ່ວໄປໃນບ້ານເຮົາ ເຊັ່ນ: ຜັກກາດຂາວໃຫຍ່, ຜັກກາດຂາວທຳມະດາ. ເຊິ່ງເໝາະສໍາລັບປູກໃນເຂດທີ່ມີອຸນຫະພູມສູງ, ມີຝົນຕົກດີ.
- ການກຽມດິນ
– ໜານກ້າ: ໄຖດິນໃຫ້ດີ, ຕາກໄວ້ 5 – 7 ວັນ ເພື່ອຂ້າເຊື້ອພະຍາດໃນດິນ. ຫຼັງຈາກນັ້ນໃຊ້ຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ລະລາຍຕົວດີແລ້ວ ພວນ ແລະຍ່ອຍດິນໃຫ້ລະອຽດ ໂດຍສະເພາະໜ້າດິນ.
– ໜານປູກ: ຜັກກາດຂາວເປັນຜັກທີ່ມີລະບົບຮາກຕົ້ນ ຄວນໄຖເລິກ ປະມານ 15 ຫາ 20 ຊັງຕີແມັດ. ຕາກດິນໄວ້ 5-7 ວັນ ປະສົມຝຸ່ນບົ່ມ ຫຼື ຝຸ່ນຄອກ ພວນດິນໃຫ້ລະອຽດ.
- ການປູກ:
ປູກແບບ ຫວ່ານເມັດພັນໃຫ້ກະຈາຍທົ່ວໜານ ເຊິ່ງການປູກແບບນີ້ເໝາະສຳລັບເມັດພັນລາຄຖືກ ຄວນຫວ່ານໃຫ້ເມັດກະຈາຍສະໝໍ່າສະເໝີ ເນື່ອງຈາກເມັດຜັກດັ່ງກ່າວ ເປັນເມັດນ້ອຍ ຄວນເອົາເມັດພັນປົນກັບດິນກ່ອນຫວ່ານ ເພື່ອໃຫ້ເມັດກະຈາຍສະໝໍ່າສະເໝີໃຊ້ຝຸ່ນຄອກ ຫຼື ຝຸ່ນບົ່ມຫວ່ານທັບລົງໄປໜາ ປະມານ 0,5-1 ຊັງຕີແມັດ. ເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນແລ້ວປົກເຟືອງອີກຊັ້ນໜຶ່ງ ຫົດນໍ້າດ້ວຍບົວໃຫ້ລະອຽດທົ່ວໜານ. ຫຼັງຈາກຕົ້ນກ້າງອກ ແລະ ມີໃບແທ້ 1 – 2 ໃບຈະເລີ່ມມີຮາກໃຫ້ຖອນແຍກເພື່ອຈັດໄລຍະປູກໃຫ້ໄດ້ລະຫວ່າງຕົ້ນ 50 x 50 ຊັງຕີແມັດ.
+ ການປູກແບບໂຮຍເປັນແຖວ ຫຼື ຢອດເປັນຂຸມ: ໃຫ້ໂຮຍດິນໃສ່ໜານແລ້ວປົກດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ສະຫຼາຍຕົວດີແລ້ວໃຫ້ໜາ 0,5 – 1 ຊັງຕີແມັດ ຫຼື ຈະຢອດເມັດເປັນແຖວຫ່າງກັນ ແຖວລະ 5 – 10 ຊັງຕີແມັດ. ເລິກ 0,5-1 ຊັງຕີແມັດ. ເມັດຄວນໂຮຍໃຫ້ຫ່າງກັນພໍສົມຄວນ ແລ້ວປົກດ້ວຍຝຸ່ນບົ່ມ ຫຼື ຝຸ່ນຄອກທີ່ສະຫຼາຍຕົວດີແລ້ວ ຫົດນໍ້າດ້ວຍບົວຝອຍລະອຽດໃຫ້ທົ່ວໜານ ປົກໜ້າໜານດ້ວຍເຟືອງແຫ້ງບາງໆ ເພື່ອຊ່ວຍເກັບຮັກສາ ຄວາມຊຸ່ມຊື່ນໃນ ດິນ ແລະ ປ້ອງກັນການກະທົບຂອງນໍ້າຕໍ່ຕົ້ນກ້າທີ່ຍັງນ້ອຍຢູ່. ການຍ້າຍເບ້ຍຄວນຍ້າຍຕອນເຊົ້າ ຫຼື ຕອນຟ້າບົດ. ເບ້ຍທີ່ເໝາະສົມໃນການຍ້າຍປູກ ຄວນມີອາຍຸ ປະມານ 30 – 35 ວັນ.
- ການບົວລະບັດຮັກສາ:
ການໃສ່ຝຸ່ນ: ເນື່ອງຈາກຜັກກາດຂາວ ເປັນຜັກກິນໃບ ຕ້ອງການຝຸ່ນຫຼາຍພໍສົມຄວນຕ້ອງແນໃສ່ການຫຼຸດຕົ້ນທຶນການຜະລິດ ແລະ ໃຫ້ມີປະສິດທິຜົນສູງດ້ານຜົນຜະລິດ ໂດຍສະເພາະດ້ານການຈະເລີນເຕີບໂຕທາງໃບ ຫຼື ລຳຕົ້ນ. ດັ່ງນັ້ນຈຶ່ງແນະນໍາໃຫ້ໃຊ້ຝຸ່ນ N:P:K ສູດ 10-11-11 ຫຼື 16-8-8 ຫຼື ສູດທີ່ໃກ້ຄຽງກັນນີ້ໃນຈຳນວນ 300-600 ກິໂລຕໍ່ເຮັກຕາ ໂດຍແບ່ງໃສ່ 3 ເທື່ອ: ເທື່ອທີ 1 ໃສ່ເຄິ່ງໜຶ່ງ ເປັນຝຸ່ນຮອງພື້ນກ່ອນປູກ ແລ້ວພວນດິນປົກ. ເທື່ອທີ 2 ໃຫ້ໃສ່ ເມື່ອພືດມີອາຍຸປະມານ 10-20 ວັນ ຈຳນວນເຄິ່ງໜຶ່ງ ຈາກສ່ວນທີ່ເຫຼືອຄັ້ງທຳອິດ, ພ້ອມນີ້ອາດຈະເພີ່ມຝຸ່ນ ຢູເຣັຍ ອີກ 80 – 150 ກິໂລຕໍ່ເຮັກຕາ ເພື່ອເລັ່ງການຈະເລີນເຕີບໂຕລຳຕົ້ນ ແລະ ໃບ. ເທື່ອທີ 3 ໃສ່ເມື່ອອາຍຸໄດ້ 25 – 30 ວັນ ຈາກສ່ວນທີ່ເຫຼືອ ທີ່ໄດ້ກໍານົດໄວ້ໃນເບື້ອງຕົ້ນນັ້ນ.
– ການໃຫ້ນໍ້າ: ຄວນໃຫ້ຢ່າງພຽງພໍ ແຕ່ຢ່າໃຫ້ປຽກຈົນເກີນໄປ ໂດຍເບິ່ງຄວາມຊຸ່ມຊື່ນໃນໜານປູກ ການພວນດິນກຳຈັດຫຍ້າ: ຄວນເຮັດໃນໄລຍະທຳອິດ ເພື່ອເຮັດໃຫ້ດິນຜຸຜົງລະບາຍອາກາດ ແລະ ນໍ້າໄດ້ດີ ພ້ອມກັບການກໍາຈັດຫຍ້າໄປພ້ອມໆກັນ.
- ການເກັບກ່ຽວ:
ໃຫ້ໃຊ້ມີດຄົມໆຕັດທີ່ເຫງົ້າຕົ້ນ, ຄວນປະໃບນອກໄວ້ ເພື່ອປ້ອງກັນການກະທົບໃນລະ ຫວ່າງການຂົນສົ່ງ.
– ພັນຂາວປີຫຼົມ ອາຍຸການເກັບກ່ຽວປະມານ 40-45 ວັນ ຫຼັງຈາກຫວ່ານເມັດ ໂດຍເລີ່ມເກັບກ່ຽວຕົ້ນທີ່ເລີ່ມແກ່ເຕັມທີ່ ແລະ ໄດ້ຂະໜາດ.
– ພັນຂາວປີຍາວ ຫຼື ປີກົມ ອາຍຸເກັບກ່ຽວປະມານ 50-80 ວັນ ຫຼັງຈາກຢອດເມັດ, ເກັບກ່ຽວໄດ້ໃນເວລາຫົວຫໍ່ແໜ້ນ ແລະ ໃຫຍ່ສູງສຸດ.
ກົມສົ່ງເສີມ ແລະ ປຸງແຕ່ງກະສິກໍາ