ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ຕາມກະຊວງອຸດສາຫະກຳການຄ້າ ຫວຽດນາມ ຍອດວົງເງິນສົ່ງອອກ – ນຳເຂົ້າຂອງ ຫວຽດນາມ ໃນປີ 2024 ບັນລຸເກືອບ 800 ຕື້ໂດລາ ເພີ່ມຂຶ້ນ 15% ເມື່ອທຽບກັບປີ 2023 ແລະ ລື່ນກາຍເກືອບ 3 ເທົ່າແຜນການ; ໃນນີ້ ຍອດການຄ້າກັບສະຫະລັດອາເມຣິກາ ບັນລຸ 135 ຕື້ໂດລາ.
ຍອດວົງເງິນສົ່ງອອກ – ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸ 62,5 ຕື້ໂດລາ ເພີ່ມຂຶ້ນ 18,7% ເມື່ອທຽບກັບປີ 2023. ນຳໜ້າແມ່ນຜັກ, ໝາກໄມ້ ເຊິ່ງຄາດວ່າບັນລຸ 7,2 ຕື້ໂດລາ.
ຢືນອັນດັບທີສອງແມ່ນເຂົ້າສານ, ປີ 2024 ຫວຽດນາມ ບັນລຸລະດັບສະຖິຕິທັງດ້ານປະລິມານ ແລະ ມູນຄ່າສົ່ງອອກ ປະມານ 9 ລ້ານໂຕນ ມູນຄ່າເກືອບ 5,8 ຕື້ໂດລາ. ຮອງມາແມ່ນກາເຟ.
ສະຫະລັດອາເມຣິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ສສ ຫວຽດນາມ. ຮອດທ້າຍເດືອນພະຈິກ 2024 ວົງເງິນການຄ້າ ລະຫວ່າງ ຫວຽດນາມ ແລະ ອາເມຣິກາ ບັນລຸ 135 ຕື້ໂດລາ ເຊິ່ງ ຫວຽດນາມ ສົ່ງອອກ 123 ຕື້ໂດລາ ເພີ່ມຂຶ້ນ 23%; ການນຳເຂົ້າຈາກ ອາເມຣິກາ 12 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 15%.
ບັນດາຜະລິດຕະພັນສົ່ງອອກຫຼັກແຫຼ່ງຂອງ ຫວຽດນາມໄປຍັງ ອາເມຣິກາ ລວມມີ: ຜະລິດຕະພັນກະສິກຳ, ເຄື່ອງຕັດຫຍິບ, ເກີບໜັງ, ສິນທະເລ ແລະ ອາໄຫຼ່ເຄື່ອງເອເລັກໂຕຣນິກ.