ສຳນັກຂ່າວຊິນຮວາ ລາຍງານວ່າ: ທ່ານ ມັສອູດ ເປເຊຊ ກິຍານ ປະທານາທິບໍດີ ອີຣານ ໄດ້ພົບປະຫາລືກັບ ທ່ານ ວິຕາລີ ຊາເວລີເຢຟ ຮອງນາຍົກລັດຖະມົນຕີ ຣັດເຊຍ ດ້ານການຄົມມະນາຄົມ ແລະ ປຶກສາຫາລືການດຳເນີນໂຄງການ ລະບຽງການຂົນສົ່ງເໜືອ – ໃຕ້ ສາກົນ ( INSTC ).
ອີຣານ ແນໃສ່ສ້າງລະບຽງຂົນສົ່ງ ທີ່ເຊື່ອມຕໍ່ອາຊີໃຕ້ ກັບ ເອີຣົບຕອນເໜືອໃຫ້ສຳເລັດ ເຊິ່ງພັນທະກິດສຳຄັນຄືການສ້າງທາງລົດໄຟຕອນເໜືອຂອງ ອີຣານ ທີ່ເຊື່ອມຕໍ່ເມືອງ ຣາຊ ແລະ ເມືອງອັສຕາຣາ ເຊິ່ງມີຊາຍແດນຕິດກັບ ອາແຊກໄບຊານ.
ຝ່າຍ ຣັດເຊຍ ສາມາດເລີ່ມຕົ້ນສຳຫຼວດທີ່ດິນ ແລະ ດຳເນີນງານໃນເບື້ອງຕົ້ນ ສຳລັບການດຳເນີນໂຄງການທາງລົດໄຟສາຍນີ້ ເຊິ່ງເປັນສ່ວນສຳຄັນຂອງລະບຽງການຂົນສົ່ງ ຕາມຂໍ້ຕົກລົງທີ່ມີກັບ ຣັດເຊຍ ເມື່ອເດືອນພຶດສະພາປີ 2023. ຂະນະທີ່ ຣັດເຊຍ ສະໜັບສະໜູນການເລັ່ງສ້າງທາງລົດໄຟຕອນເໜືອຂອງ ອີຣານ ເຊິ່ງຈະຊ່ວຍເພີ່ມຂີດຄວາມສາມາດທາງການຂົນສົ່ງສິນຄ້າລາຍປີ ລະຫວ່າງ ສອງປະເທດ ໃນໄລຍະທຳອິດ ຫຼັງຈາກກໍ່ສ້າງສຳເລັດລະດັບ 15 ລ້ານໂຕນ.