ຮູ້ຈັກດາວຍິງໂອນສັນຊາດ ບຣາຊິນ ຂອງຫວຽດນາມ ຍິງ 7 ປະຕູຈາກ 4 ນັດເກັບໂອກາດລຸ້ນແຊ້ມສົດໃສ

0
60

ຕາມຄອມເມັ້ນ ແລະ ຫຼາຍຄົນຍັງສົງໃສວ່າມື້ວານນີ້ນັດທີ່ ທີມຊາດຫວຽດນາມ ບຽດເອົາຊະນະ ທີມຊາດໄທ 2-1 ໃນການແຂ່ງຂັນບານເຕະລາຍການ ASEAN Mitsubishi Electric Cup 2024 ນັດຊີງຊະນະເລີດ ນັດທີ 1 ເຫັນ Rafaelson Bezerra Fernandes ຊື່ບຣາຊິລ ຫຼື ຫງວຽນ ຊວນ ເຊິນ ນັກເຕະຮູບຮ່າງສູງໃສ່ ແລະ ໜ້າບໍ່ແມ່ນຊາວຫວຽດນາມ ທີ່ຍິງຄົນດຽວ 2 ປະຕູໃຫ້ກັບ ຫວຽດນາມ ບໍ່ແມ່ນຄົນຫວຽດນາມ ທີ່ຈິງແລ້ວລາວເປັນຄົນ ບຣາຊິນ ແຕ່ໂອນສັນຊາດເປັນພົນລະເມືອງຂອງປະເທດຫວຽດນາມ ຢ່າງເປັນທາງການ ຫຼັງໄດ້ໄປເປັນນັກກີລາບານເຕະໃນລີກຂອງ ຫວຽດນາມ ຫຼາຍປີ ແລະ ຄົບຕາມເງື່ອນໄຂຕ່າງໆ ຈົນສາມາດໂອນສັນຊາດ ຢ່າງເປັນທາງການໃນເດືອນກັນຍາ 2024 ທີ່ຜ່ານມາ.

ແນ່ນອນວ່າ ຫງວຽນ ຊວນ ເຊິນ ຍັງຮັກສາຟອມໂດດເດັ່ນ ເພາະໃນລີກລະດູການຫຼ້າສຸດພາທີມຄວ້າແຊັມ ແລະ ກວາດລາງວັນດາວຍິງສູງສຸດ ກັບ ນັກເຕະດີເດັ່ນໃນລີກສູງສຸດຂອງຫວຽດນາມ ຈົນຫຼ້າສຸດໃນເດືອນທັນວາ 2024 ເອກະສານຕ່າງໄດ້ຜ່ານເງື່ອນໄຂ ຈົນໄດ້ຮັບໃຊ້ ທີມຊາດຫວຽດນາມ ຢ່າງເປັນທາງການ ດ້ວຍທັກສະອັນວ່ອງໄວ, ກະໂດດສູງ ແລະ ຮູບຮ່າງສູງໃສ່ແຂງແຮງ ເຮັດໃຫ້ລາວສ້າງຜົນງານຢ່າງໂດດເດັ່ນຍິງໄປ 7 ປະຕູໃຊ້ເວລາພຽງ 4 ນັດເທົ່ານັ້ນຂຶ້ນນໍາດາວຍິງສູງສຸດແບບຫ່າງໆ ລວມທັງຍັງເປັນນັດສໍາຄັນທີ່ລາວຍິງໄດ້ ໃນການແຂ່ງຂັນບານເຕະລາຍການ ASEAN Mitsubishi Electric Cup 2024.

ໂດຍສະເພາະເມື່ອວັນທີ 2 ມັງກອນ 2025 ສາມາດຍິງເຖິງ 2 ປະຕູຄົນດຽວພາທີມຊາດຫວຽດນາມ ເປີດບ້ານເອົາຊະນະ ໄທ 2-1 ໃນນັດຊີງຊະນະເລີດນັດທີ 1 ເຮັດໃຫ້ເກັບຄວາມໄດ້ປຽບໄວ້ໃນມື ໃນການລຸ້ນແຊັມ ASEAN Mitsubishi Electric Cup 2024 ກ່ອນທີ່ນັດທີ 2 ຈະໄປຕັດສິນກັນທີ່ບ້ານຂອງປະເທດໄທ.

ດັ່ງນັ້ນມື້ນີ້ ພວກເຮົາຈະໄປຮູ້ຈັກກັບນັກເຕະຄົນນີ້ອີກຄັ້ງ ລາຍລະອຽດເບິ່ງທີ່ຄລິບໃນລີ້ງ:

ຂ່າວ: Larh Creators

LEAVE A REPLY

Please enter your comment!
Please enter your name here