6 ສະໂມສອນຈາກ 6 ແຂວງຄວ້າແຊັມລາວລີກ 2 ປີ 2024 ພ້ອມສິດເຂົ້າຮ່ວມ 2 ລາຍການໃຫຍ່

0
65

6 ສະໂມສອນຈາກ 6 ແຂວງຄື: ແຂວງຊຽງຂວາງ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ, ແຂວງສາລະວັນ ແລະ ແຂວງເຊກອງ ທີ່ສາມາດຄວ້າແຊັມ ລາວລີກ 2 ປີ 2024 ເຮັດໃຫ້ຈະໄດ້ສິດເຂົ້າຮ່ວມແຂ່ງລາຍການໃຫຍ່ປີ 2025 ກໍຄື ການແຂ່ງຂັນຊິງຂັນພະນະທ່ານ ນາຍົກລັດຖະມົນຕີ ແຫ່ງສປປລາວ ລະດູການ 2024/25 ແລະ ເຂົ້າຮວ່ມການແຂ່ງຂັນບານເຕະເປບຊີລາວລີກ1 ລະດູການ 2025/26.

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະກາດຢ່າງເປັນທາງການວ່າ: ຂໍສະແດງຄວາມຍິນດີ ແລະ ຊົມເຊີຍມາຍັງສະຫະພັນບານເຕະແຂວງ ໃນຂອບເຂດທົ່ວປະເທດທີ່ມີຜົນສຳເລັດໃນການຈັດການແຂ່ງຂັນ ລາວລີກ 2 ປະຈຳປີ 2024 ແລະ ສະໂມສອນທີ່ຊະນະເລີດລາວລີກ2ຈະໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ 2 ລາຍການໃຫຍ່ປີ 2025 ຄືເຂົ້າຮ່ວມການແຂ່ງຂັນຊິງຂັນພະນະທ່ານ ນາຍົກລັດຖະມົນຕີ ແຫ່ງສປປລາວ ລະດູການ 2024/25 ແລະ ເຂົ້າຮວ່ມການແຂ່ງຂັນບານເຕະເປບຊີລາວລີກ1 ລະດູການ 2025/26.

ສໍາລັບ ລາຍຊື່ສະໂມສອນທີ່ຊະນະເລີດລາວລີກ 2 ມີດັ່ງນີ້໋:
1. ສະໂມສອນສະໂມສອນເມືອງພວນ (ແຂວງຊຽງຂວາງ)
2. ສະໂມສອນ ປກຊ ແຂວງ (ແຂວງຄໍາມ່ວນ)
3. ສະໂມສອນສະຫວັນ ຢູໄນເຕັດ (ແຂວງສະຫວັນນະເຂດ)
4. ສະໂມສອນ ປິ່ນແກ້ວ 2010 (ແຂວງຈໍາປາສັກ)
5. ສະໂມສອນ ເມືອງເລົ່າງາມວິລະຊົນ (ແຂວງສາລະວັນ)
6. ສະໂມສອນ NP Family (ແຂວງເຊກອງ)
ໂດຍ: Larh Creators ; ຮູບຈາກ: ສຕລ

LEAVE A REPLY

Please enter your comment!
Please enter your name here