ນະຄອນຫຼວງວຽງຈັນຕັ້ງເປົ້າໃຫ້ເມືອງຈັນທະບູລີຈັດເກັບລາຍຮັບໃນປີ 2024 ໃຫ້ໄດ້ທັງໝົດ 98 ຕື້ກວ່າກີບ ຜ່ານການຈັດຕັ້ງປະຕິບັດຮອດເດືອນທັນວາ ສາມາດຈັດເກັບລາຍຮັບໄດ້ 145 ຕຶ້ກວ່າກີບ ເທົ່າກັບ 147% ສາຍເຫດທີ່ເຮັດໃຫ້ເກັບລາຍຮັບໄດ້ເກີນແຜນຍ້ອນ 3 ປັດໄຈສໍາຄັນ.
ທ່ານ ບຸນເຖິງ ສຸວັນນະສີ ຫົວໜ້າຄະນະສະມາຊີກສະພາປະຊາຊົນນະຄອນຫຼວງວຽງຈັນ ປະຈໍາເຂດເລືອກຕັ້ງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ມອບໃຫ້ເມືອງຈັນທະບູລີຈັດເກັບລາຍຮັບເຂົ້າງົບປະມານໃນປີ 2024 ຈໍານວນ 98 ຕື້ 660 ລ້ານກວ່າກີບ. ຜ່ານການຈັດຕັ້ງປະຕິບັດ ມາຮອດວັນທີ 17 ທັນວາ 2024 ສາມາດຈັດເກັບລາຍຮັບໄດ້ 145 ຕື້ກີບ ເທົ່າກັບ 147% ທຽບໃສ່ ໂຕເລກແຜນການ ເຫັນວ່າລື້ນ 46 ຕື້ 222 ລ້ານກວ່າກີບ. ສາຍເຫດທີ່ເຮັດໃຫ້ເມືອງຈັນທະບູລີ ສາມາດຈັດເກັບລາຍຮັບໄດ້ເກີນແຜນແມ່ນມາຈາກການເກັບອາກອນທີ່ດິນເພີ່ມຂຶ້ນ, ຍ້ອນການຫັນການຈັດເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ ແລະ ການຈັດເກັບລາຍຮັບຈາກຄ່າທໍານຽມທາງ.