ເປີດຢ່າງເປັນທາງການ ອາຄານ Sanakeo ແລະ ໂຮງງານ ນໍ້າເເຮ່ທາດ Mineral ທີ່ຫຼວງພະບາງ

0
99

ກຸ່ມບໍລິສັດ DSK ຈໍາກັດ ໄດ້ເປີດນໍາໃຊ້ອາຄານ ຊະນະແກ້ວ (Sanakeo ) ແລະ ໂຮງງານຜະລິດນໍ້າດື່ມແຮ່ທາດ ມິນີໂຣ (Mineral) ເພື່ອບໍລິການຕໍ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ ດ້ວຍມາດຕະຖານທີ່ດີທີ່ສຸດ ແລະ ເປັນປະໂຫຍດທີ່ສຸດ.

May be an image of 9 people and steak

ພິທີເປີດຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2024 ທີ່ນະຄອນຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງ ແຂວງຫຼວງພະບາງ; ມີບັນດາທ່ານ ລັດທະມົນຕີ, ການນໍາພັກ-ລັດຂັ້ນສູງ, ອະດີດການນໍາພັກ-ລັດ, ບັນດາທ່ານ ການທູດ ຜູ້ສົງກຽດ ແຂກຮັບເຊີນຈາກຫຼາຍພາກສ່ວນເຂົ້າຮ່ວມ.

May be an image of lighting, dais and text

ໃນວາລະອັນມີຄວາມໝາຍຄວາມສໍາຄັນ ແລະ ເປັນມຸງຄຸນດັ່ງກ່າວ, ທ່ານ ໄຊຍະສິດ ຊະນະເເກ້ວ ຜູ້ອໍານວຍການ ກຸ່ມບໍລິສັດ DSK ຈໍາກັດ ໄດ້ກ່າວໃຫ້ຮູ້ວ່າ: ພາຍໃນກຸ່ມບໍລິສັດ DSK ເເມ່ນມີຫລາຍ ໜ່ວຍງານປະກອບມີ: 1/ ຕະຫລາດໂພສີ ເເຂວງຫຼວງພະບາງ, 2/ ໂຮງເເຮມ ຊະນະເເກ້ວ Flora/, 3/ ໂຮງເເຮມຊະນະເເກ້ວ ບູຕິກ, 4/ ເຂື່ອນໄຟ້າ ນໍ້າຜາໃຫຍ່ ເເຂວງໄຊສົມບູນ, 5/ ໂຮງ ງານເບຕົ່ງ ຫຼັກ 21, 6/ ໂຮງງານນໍ້າດື່ມ ມິນີໂຣ ເເລະ ນໍ້າໝາກໄມ້, 7/ ໂຄງການປູກຕົ້ນໄມ້ ເພື່ອຮັກສາເເຫຼ່ງນໍ້າ, 8/ ອາຄານ Sanakeo.

May be an image of 1 person and text

ໂດຍເປົ້າໝາຍຂອງກຸ່ມບໍລິສັດ ເເມ່ນລົງທຶນໃສ່ການຜະລິດ ເເລະ ການບໍລິການ ໃຫ້ມີຄຸນນະພາບ ມາດຕະຖານສາກົນ ເເລະ ໄດ້ສ້າງວຽກເຮັດງານທໍາ ອາຊີບທີ່ໝັ້ນຄົງຍາວນານ ໃຫ້ຄົນພາຍໃນປະເທດ ຕິດພັນກັບການປົກປັກຮັກສາສະພາບເເວດລ້ອມ ໃຫ້ຍືນຍົງຍາວນານ.

May be an image of 9 people, braids and text that says 'Min 1 Floor'

ທ່ານ ຍັງໃຫ້ຮູ້ກ່ຽວກັບກິດຈະການທີ່ເປີດພາຍໃນມື້ດັ່ງກ່າວອີກວ່າ: ອາຄານ Sanakeo ຈຸດປະ ສົງເພື່ອອໍານວຍຄວາມສະດວກໃຫ້ແກ່ການຊົມໃຊ້ສາທາລະນະປະໂຫຍດຕໍ່ສັງຄົມ ເຊິ່ງປະກອບມີ ຫ້ອງ ສໍາມະນາ ສໍາລັບໃຫ້ຂໍ້ມູນຄວາມຮູ້ກ່ຽວກັບນໍ້າແຮ່ທາດ ແລະ ເເຂກຄົນ ພາຍນອກເຂົ້າມາທັດສະນະ ສຶກສາໂຮງງານນໍ້່າແຮ່ທາດ; ມີຫ້ອງປະຊຸມ 6 ຫ້ອງ ເພື່ອຈັດກອງປະຊຸມສໍາຄັນສໍາລັບວິສາຫະກິດ ແລະ ອົງການຈັດຕັ້ງທົ່ວໄປ ສາມາດຮອງຮັບໄດ້ 800 ຄົນ.

May be an image of 3 people and text

ພ້ອມດຽວກັນນັ້ນ, ອາຄານ Sanakeo ຍັງປະກອບດ້ວຍຫ້ອງຈັດງານລ້ຽງ 1 ທີ່ສາມາດ ຮອງ ຮັບໄດ້ເຖິງ 400 ຄົນ, ພື້ນທີ່ເຮັດວຽກຮ່ວມກັນເຊັ່ນ: ຮ້ານອາຫານ ແລະ ຮ້ານກາເຟ ເປັນຕົ້ນ.

May be an image of 4 people and text

ສ່ວນໂຮງງານຜະລິດນ້ຳແຮ່ທາດ Mineral ເປັນຜະລິດຕະພັນທີ່ຜ່ານຂະບວນການຜະລິດ ດ້ວຍ ເຕັກໂນໂລຊີຂັ້ນສູງນັບຈາກແຫຼ່ງນ້ຳຈົນເຖິງຂວດນ້ຳດື່ມ; ກຳລັງການຜະລິດ 12,000 ຕຸກຕໍ່ຊົ່ວໂມງ ເຮັດ ໃຫ້ໂຮງງານສາມາດຈໍາໜ່າຍ ຢູ່ຕະຫຼາດພາຍໃນ ແລະ ສົ່ງອອກໄປຕ່າງປະເທດ, ດ້ວຍເເຫຼ່ງນໍ້າ ແລະ ລົດ ຊາດຂອງແຮ່ທາດທີ່ເປັນເອກະລັກ ຊ່ວຍໃຫ້ຜະລິດຕະພັນ Mineral Premium ໄດ້ຮັບການຢັ້ງຢືນ ຈາກມາດຕະຖານສາກົນເຊັ່ນ GHP, HACCP, ISO22000 ແລະ ສະຖາບັນລົດຊາດສາກົນຈາກ ປະເທດ Belgium.

May be an image of 4 people and text

ນ້ຳແຮ່ທາດ Mineral ເປັນນໍ້າເເຮ່ທາດ Made In Lao ຫຼື ຜະລິດຕະພັນຂອງຄົນລາວເຮົາ 100%, ທ່ານ ໄຊຍະສິດ ຊະນະເເກ້ວ ກ່າວ.

May be an image of 2 people, hospital and text

ພາຍໃນງານນອກຈາກງານລ້ຽງສະຫຼອງສັງສັນ ກໍຍັງມີການເຊັນສັນຍາຮ່ວມມືືທາງທຸລະກິດ ແລະ ກິດຈະກໍາມ່ວນຊື່ນ ຕະຫຼອດຮອດການຈັບສະຫຼາກມອບຂອງລາງວັນໃຫ້ຜູ້ໂຊກດີ ຢ່າງຄຶກຄື້ນ.

May be an image of sink and text

LEAVE A REPLY

Please enter your comment!
Please enter your name here