ການເກັບມ້ຽນຂີ້ເຫຍື້ອພາຍໃນເມືອງຈັນທະບູລີໄດ້ຮັບການແກ້ໄຂດີຂຶ້ນ

0
115

ທ່ານ ບຸນເຖິງ ສຸວັນນະສີ ຄະນະສະມາຊີກສະພາປະຊາຊົນນະຄອນຫຼວງວຽງຈັນ ປະຈໍາເຂດເລືອກຕັ້ງ ເມືອງຈັນທະບູລີ ກ່າວໃນໂອກາດເຂົ້າຮ່ວມກອງປະ­ຊຸມສະ­ໄໝສາ­ມັນ ເທື່ອທີ 8 ຂອງສະ­ພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃຫ້ຮູ້ວ່າ: ສະພາບພົ້ນເດັ່ນ ແລະ ເຄັ່ງຮ້ອນ ເມືອງຈັນທະບູລີ ທີ່ ປະຊາຊົນ ສະເໜີ ແມ່ນມີຫຼາຍບັນນຫາ ໂດຍສະເພາະແມ່ນຕິດພັນກັບວຽກງານເສດຖະກິດ ເຊີ່ງໃນໄລຍະຜ່ານມາເມືອງຈັນທະບູລີ ສຸມໃສ່ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ກອງປະຊຸມ ສຸດຍອດອາຊຽນຄັ້ງທີ 44-45 ທີ່ປະສົບຜົນສໍາເລັດໃນໄລຍະຜ່ານມາ. ນອກນັ້ນ ຕິດພັນກັບການກະກຽມໃຫ້ກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງທີ່ຈະໄຂຂຶ້ນໃນກາງເດືອນ ມັງກອນ 2025 ເຊິ່ງຈະໄດ້ສຸມໃສ່ວຽກງານ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ວຽກງານອະນາໄມ, ວຽກງານປະດັບປະດາ  ຕິດພັນກັບວຽກງານ ການດໍາລົງຊີວິດປະຈໍາວັນຂອງພໍ່ແມ່ ປະຊາຊົນ ທະຫານ ຕໍາຫຼວດ ພະນັກງານບໍານານ ແມ່ນໄດ້ສະເໜີ ບັນຫາລາຄາສິນຄ້າ, ການເໜັງຕີງຂອງລາຄານໍ້າມັນ, ການເໜັງຕີງຂອງອັດຕາແລກປ່ຽນເງິນຕາ ສົ່ງຜົນເຮັດໃຫ້ສະພາບການເປັນຢູ່ຂອງປະຊາຊົນມີຄວາມຫຍຸ້ງຍາກ.

ທ່ານກ່າວວ່າ: ສໍາລັບຄໍາສະເໜີຂອງ ປະຊາຊົນ ຕໍ່ສະມາຊີກສະພາປະຊາຊົນນະຄອນຫຼວງວຽງຈັນ ທີ່ລົງເຜີຍແຜ່ ຜົນສໍາເລັດ ກອງປະ­ຊຸມສະ­ໄໝສາ­ມັນ ເທື່ອທີ 7 ຜ່ານມາແມ່ນມີ 68 ກໍລະນີໃນນັ້ນ ຕິດພັນກັບຂັ້ນສູນກາງ 15 ກໍລະນີ, ຕິດພັນກັບນະຄອນຫຼວງວຽງຈັນ 29 ກໍລະນີ ແລະ ຕິດພັນໃນຂັ້ນເມືອງມີ 24 ກໍລະນີ ເຊີ່ງມາຮອດປັດຈຸບັນຄໍາສະເໜີ ດັ່ງກ່າວແມ່ນໄດ້ຮັບການແກ້ໄຂ.

ທ່ານກ່າວວ່າ: ບັນຫາຄວາມສະອາດໃນການ ເກັບມ້ຽນຂີ້ເຫຍື້ອ  ຕໍ່ບັນຫາດັ່ງກ່າວ ອົງການປົກ ຄອງເມືອງໄດ້ສົມທົບກັບບໍລິສັດ ສະມໍບີ ບັນດາ ຫ້ອງການ ອ້ອມຂ້າງ, ຫ້ອງການ ປົກຄອງບ້ານ ແລະ ບໍລິສັດເກັບມ້ຽນຂີ້ເຫຍຶ້ອມາປຶກສາຫາລືເພື່ອແກ້ໄຂ ບໍ່ໃຫ້ຂີ້ເຫຍື້ອຕົກຄ້າງ ເຊິ່ງເຫດຜົນທີ່ບໍລິສັດເອົາໄປບໍ່ເບີດຍ້ອນວ່າ ມີ 3 ສາຍເຫດໃຫຍ່ຄື: (ໜຶ່ງ) ການເຂົ້າພາກສະໜາມ ບ່ອນເອົາຂີ້ເຫຍື້ອລໍາບາກ ລົດຄັນໜຶ່ງແທນທີ່ຈະໄດ້ 2 ຖ້ຽວຕໍ່ມື ແຕ່ຕົວຈິງໄດ້ພຽງມື້ລະຖ້ຽວ, (ສອງ) ບັນຫາຂາດແຄນແຮງງານ ແລະ (ສາມ) ເຈົ້າຂອງຂີ້ເຫຍື້ອເອົາອອກມາບໍ່ຖືກຕາມເວລາກໍານົດ  ຕິດພັນກັບການສັບປ່ຽນຄ່ຽນຖ່າຍກັບໂຊເຟີລົດ ບໍ່ຮູ້ສະຖານທີ່ເກົ່າ. ສະນັ້ນ, ຈຶ່ງມີບັນຫາໃນໄລຍະຜ່ານມາ ເຊິ່ງມາຮອດປັດຈຸບັນນີ້ ແມ່ນ ໄດ້ຮັບການປັບປູງແກ້ໄຂ ແລະ ສຸມໃສ່ສ້າງຂະບວນການຮອບດ້ານ ແກ່ການກະກຽມກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກເມືອງ.

LEAVE A REPLY

Please enter your comment!
Please enter your name here