ກ່ອນໜ້ານີ້ ວັນທີ 6 ທັນວາ 2024 Kokkok Station ໄດ້ເປີດຢ່າງເປັນທາງການ ທີ່ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ກາຍເປັນສູນລວມສິນຄ້າບໍລິໂພກ ສາຂາທໍາອິດໃນລາວ ເຊິ່ງໃນນັ້ນ, ກໍມີຫ້ອງຂາຍຂອງ ໂຈອາ ( JOAH );
ຫຼ້າສຸດໃນທ້າຍເດືອນດຽວກັນກໍເປີດສາຂາ 2 ຂອງບໍລິສັດ ໂຈອາ ພາຍໃຕ້ ຄໍາຂວັນ “ ຄົບເຄື່ອງເລື່ອງເຮືອນ ” ແນໃສ່ເພີ່ມພື້ນທີ່ອໍານວຍຄວາມສະດວກ, ສະໜອງການບໍລິການລາຄາສະບາຍກະເປົາໃຫ້ທຸກຄົນໄດ້ສໍາຜັດ.
ວັນທີ 27 ທັນວາ 2024 ຫ້ອງຂາຍ ໂຈອາ ( JOAH ) ສາຂາ 2 ບ້ານໂພນສີນວນ ໄດ້ເປີດບໍລິ ການເປັນມື້ທໍາອິດ ພ້ອມກິດຈະກໍາ ແລະ ນະໂຍບາຍແຈກ-ແຖມ ໂດຍນໍາເອົາສິນຄ້າອັນຫຼາກຫຼາຍມາໂຮມໄວ້ໃນບ່ອນດຽວ. ເວົ້າໄດ້ວ່າ ເຂົ້າໄປບ່ອນດຽວສາມາດຊື້ເຄື່ອງໃຊ້ໄດ້ຕາມຕ້ອງການເລີ່ມຈາກລາຄາຫຼັກພັນກ້າວສູ່ຫຼັກລ້ານ ມີທັງປະເພດເຄື່ອງຫຼິ້ນສໍາລັບລູກຮັກ, ເຄື່ອງໃຊ້ໃນຫ້ອງຄົວ, ເຄືຶ່ອງຕົກແຕ່ງ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ.
ໂຈອາ ສາຂາ 2 ຢູ່ບ່ອນດຽວກັບ ກັບ kok kok ໂພນສີນວນ ຢູ່ດ້ານໜ້າ ມີສິນຄ້າເຄືື່ອງຂາຍປະເພດເຄື່ອງໃຊ້ທົ່ວໄປພາຍໃນເຮືອນເຊັ່ນ: ບ່ວງ, ຊາມ, ກະຕ່າ, ຖົງ, ເຈ້ຍ, ໂບມັດຜົມ…ເຂົ້າດ້ານໃນກໍຈະມີປະເພດເຄື່ອງໃຊ້ໄຟຟ້າເຊັ່ນ: ໄດເປົ່າ, ຈັກຊັກເຄື່ອງ, ໂທລະພາບ, ຕູ້ເຢັນ…ສ່ວນດ້ານຂ້າງຈະເປັນປະເພດ: ແວ່ນ, ໂຕະ-ຕັ່ງ-ຕຽງ, ໝອນໝູນ ແລະ ອື່ນໆ. ສົມຄໍາທີ່ວ່າ: ໂຈອາ “ ຄົບເຄື່ອງເລື່ອງເຮືອນ ”.
ບໍ່ສະເພາະແຕ່ເໝາະກັບຄູ່ສົມລົດ ແລະ ການພາຄອບຄົວໄປເລາະຊື້ເລາະຊົມສິນຄ້າ ເທົ່ານັ້ນ ເຊິ່ງຄູ່ບ່າວ-ສາວ ຫຼື ໄວໜຸ່ມທົ່ວໄປກໍສາມາດໄປເລືອກສິນຄ້າທີ່ເໝາະກັບຕົນເອງ ຫຼື ຄົນພິເສດໄດ້ອີກເຊັ່ນກັນ ບໍ່ວ່າຈະເປັນຕຸກກະຕ່າ, ເຄື່ອງປະດັບ ເປັນຕົ້ນ.
ທີ່ສໍາຄັນໄລຍະເປີດໃໝ່ແບບນີ້ ມີເຄື່ອງແຈກຂອງແຖມ ເໝາະກັບທຸກເພດໄວ ທີ່ຈະໄປຢ້ຽມຊົມ ເຊິ່ງເພິ່ນເປີດແຕ່ເຊົ້າຮອດຄໍ່າທຸກໆມື້ຢູ່ແລ້ວ.
ຢ່າພາດໂອກາດ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໂຈອາ ມີສິນຄ້າເຄືື່ອງຂາຍລາຄາເໝາະສົມລໍໃຫ້ທ່ານໄປເລືອກເອົາ ພ້ອມຮັບໂອກາດຮັບຂອງລາງວັນກັບໄປພ້ອມຕາມເງື່ອນໄຂໂປຣໂມຊັນ.