EMI ບັນລຸເປົ້າໝາຍໃນການສົ່ງເສີມສິ່ງແວດລ້ອມທີ່ສຳຄັນ: ເດີນທາງດ້ວຍລົດໄຟຟ້າ EV 1,5 ລ້ານກິໂລແມັດ

0
116

EMI ບັນລຸເປົ້າໝາຍໃນການສົ່ງເສີມສິ່ງແວດລ້ອມທີ່ສຳຄັນ: ເດີນທາງດ້ວຍລົດໄຟຟ້າ EV 1.5 ລ້ານກິໂລແມັດ

ສປປ ລາວ – ເດືອນ ທັນວາ 2024

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ (EMI) ພູມໃຈປະກາດຜົນສຳເລັດຕໍ່ກັບວຽກງານສົ່ງເສີມການຂົນສົ່ງແບບຍືນຍົງ, ເຊິ່ງພະນັກງານນຳໃຊ້ພາຫະນະ ລົດຈັກໄຟຟ້າ (EV scooter) ໃນການເດີນທາງບັນລຸ 1.5 ລ້ານກິໂລແມັດ.

อาจเป็นรูปภาพของ 6 คน, ตาราง, แท่นบรรยาย และ ข้อความ

ຂີດໝາຍນີ້ບໍ່ພຽງແຕ່ເປັນຜົນສຳເລັດຂອງ EMI ໃນການຫຼຸດຜ່ອນອາຍຄາບອນເທົ່ານັ້ນ ແຕ່ຍັງໄດ້ສົ່ງເສີມ ວຽກງານຄຸ້ມຄອງສິ່ງແວດລ້ອມໃນຂະແໜງການເງິນຈຸລະພາກ​ດ້ວຍການຂັບຂີ່ແບບຍືນຍົງໂດຍການນຳໃຊ້ນະວັດຕະກຳລົດໄຟຟ້າ

EMI ໄດ້ລິເລີ່ມນຳໃຊ້ພາຫະນະໃນການເດີນທາງເພື່ອສົ່ງເສີມຄວາມຍືນຍົງ ແຕ່ເດືອນ ພຶດສະພາ 2023 ໂດຍການນຳໃຊ້ລົດໄຟຟ້າ ຈຳນວນ 87 ຄັນ ເຊິ່ງໄດ້ສົ່ງເສີມໃຫ້ພະນັກງານນຳໃຊ້ເຂົ້າໃນການເດີນທາງເພື່ອເຄື່ອນໄຫວວຽກງານ. ມາຮອດວັນທີ 27 ທັນວາ 2024, ຈຸດລິເລີ່ມດັ່ງກ່າວໄດ້ສະແດງໃຫ້ເຫັນຜົນໄດ້ຮັບຄື:

อาจเป็นรูปภาพของ 2 คน และ ข้อความ

  • ຜົນໄດ້ຮັບຕໍ່ສິ່ງແວດລ້ອມ: ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າ ໄດ້ສົ່ງຜົນໃຫ້ການສະກັດກັ້ນການປ່ອຍອາຍພິດ CO2 ປະມານ 203.82 ໂຕນ, ເຊິ່ງໄດ້ປະກອບສ່ວນຕໍ່ການປັບປຸງຄຸນນະພາບອາກາດ.
  • อาจเป็นรูปภาพของ 2 คน และ ข้อความ
  • ການປະຢັດທາງດ້ານເສດຖະກິດ: ຂໍ້ລິເລີ່ມດັ່ງກ່າວໄດ້ສ້າງການປະຢັດຄ່າໃຊ້ຈ່າຍນໍ້າມັນປະມານ 2,02 ຕື້ກີບ (ປະມານ 93,437 ໂດລາ), ເຊິ່ງໄດ້ເພີ່ມປະສິດທິພາບໃນການດໍາເນີນງານ.
  • ຄວາມຮັບຜິດຊອບຕໍ່ສັງຄົມ: ການລິເລີ່ມນີ້ໄດ້ເພີ່ມບົດບາດຂອງ EMI ໃນຖານະທີ່ເປັນອົງການຈັດຕັ້ງທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ, ເປັນແຮງບັນດານໃຈໃຫ້ແກ່ລູກຄ້າ ແລະ ຊຸມຊົນຢ່າງກວ້າງຂວາງເພື່ອຮັບຮອງເອົາການປະຕິບັດແບບຍືນຍົງ.
  • อาจเป็นรูปภาพของ 7 คน, สกูตเตอร์, รถจักรยานยนต์, ถนน และ ถนน

ຜົນໄດ້ຮັບຂອງການບັນລຸເປົ້າໝາຍໃນຄັ້ງນີ້:

  • ທຽບເທົ່າການເດີນທາງທົ່ວໂລກ: ໄລຍະທາງທີ່ພະນັກງານ EMI ໄດ້ບັນລຸຜ່ານມາ ແມ່ນເທົ່າກັບການເດີນຮອບໂລກ 36 ຄັ້ງ, ໂດຍເນັ້ນໃຫ້ເຫັນຂະໜາດ ແລະ ຜົນກະທົບທາງບວກຂອງການລິເລີ່ມໃນຄັ້ງນີ້.
  • ການຫຼຸດຜ່ອນອາຍ CO2: ການປ້ອງກັນການປ່ອຍອາຍພິດ CO2 ເຖິງ 203.82 ໂຕນ ທຽບເທົ່າກັບການປູກຕົ້ນໄມ້ປະມານ 8,842 ຕົ້ນ ຫຼື ຫຼຸດຜ່ອນພາຫະນະ 43 ຄັນ ອອກຈາກທ້ອງຖະໜົນຕະຫຼອດປີ, ໂດຍໃຫ້ຄວາມສຳຄັນດ້ານສິ່ງແວດລ້ອມ.
  • อาจเป็นรูปภาพของ 6 คน และ ข้อความ
  • ຜົນປະໂຫຍດດ້ານເສດຖະກິດ: ການປະຢັດຕົ້ນທຶນສາມາດໂອນໄປສູ່ໂຄງການທີ່ຂັບເຄື່ອນຂອງຊຸມຊົນ ແລະ ການລິເລີ່ມທີ່ຍືນຍົງອື່ນໆ.
  • ການຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ: ໂດຍການຫຼີກລ້ຽງການບໍລິໂພກນໍ້າມັນແອັດຊັງ 88,235 ລິດ, EMI ໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອຫຼຸດຜ່ອນການເພິ່ງພາອາໄສນໍ້າມັນເຊື້ອໄຟທີ່ນໍາເຂົ້າຂອງລາວ.

ຄວາມເຂົ້າໃຈຂອງຜູ້ບໍລິຫານ:

ທ່ານ ສົມພອນ ສີແສງລັດ, ຜູ້ຜູ້ອຳນວຍການ EMI, ໃຫ້ຮູ້ວ່າ, “ຈຸດລິເລີ່ມນີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ EMI ຕໍ່ກັບຄວາມຍືນຍົງ. ໂດຍການຮັບຮອງເອົາຮູບແບບການນຳໃຊ້ລົດໄຟຟ້າ (ລົດ EV ສະກູດເຕີ), ພວກເຮົາບໍ່ພຽງແຕ່ຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນອັນມີຄວາມຫມາຍ-ຄວາມສຳຄັນຕໍ່ການປ່ຽນແປງຂອງດິນຟ້າອາກາດ. ການຈັດຕັ້ງປະຕິບັດໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງການມີສ່ວນຮ່ວມຂອງພະນັກງານ ໃນການສົ່ງເສີມຄວາມເຊື່ອ-ຄວາມເປັນໄປໄດ້ ໃນການປະກອບສ່ວນສິ່ງເລັກໆນ້ອຍໆ ຈົນສາມາດນໍາໄປສູ່ຜົນໄດ້ຮັບຢ່າງຫຼວງຫຼາຍ.”

  • อาจเป็นรูปภาพของ 9 คน, สกูตเตอร์, ถนน, ถนน และ ข้อความ

ວິໄສທັດສໍາລັບອະນາຄົດ:

ໃນຕໍ່ໜ້າ, EMI ຈະເອົາໃຈໃສ່ຢ່າງຕັ້ງໜ້າເພື່ອຂະຫຍາຍວຽກງານສົ່ງເສີມດ້ານສິ່ງແວດລ້ອມ ໂດຍກຳນົດເອົາຈຸດປະສົງຫຼັກທີ່ປະກອບມີ:

  • ສົ່ງເສີມການນຳໃຊ້ລົດໄຟຟ້າ EV ສຳລັບພະນັກງານ ແລະ ລູກຄ້າໃຫ້ຫຼາຍຂຶ້ນກ່ວາເກົ່າ ໂດຍຜ່ານທາງເລືອກການບໍລິການ ການເງິນສີຂຽວ.
  • ຈັດການຝຶກອົບຮົມສ້າງຄວາມເຂົ້າໃຈດ້ານສິ່ງແວດລ້ອມເພື່ອຊຸກຍູ້ໃຫ້ມີການປະຕິບັດແບບຍືນຍົງພາຍໃນຊຸມຊົນ.
  • ສຳຫຼວດຂໍ້ມູນເພື່ອແກ້ໄຂບັນຫາພະລັງງານທົດແທນ ເຊັ່ນ: ການຕິດຕັ້ງແຖງແສງຕາເວັນຢູ່ຫ້ອງການ EMI ເພື່ອຫຼຸດຜ່ອນການການນຳໃຊ້ ພະລັງງານທີ່ບໍ່ມີການທົດແທນ.

ການມີສ່ວນຮ່ວມຂອງຊຸມຊົນ ແລະ ການສົ່ງເສີມການຈັດຕັ້ງປະຕິບັດ

EMI ຂໍເຊີນຊວນບັນດາຄູ່ຮ່ວມ, ພາກສ່ວນກ່ຽວຂ້ອງ, ແລະ ຊຸມຊົນທີ່ກວ້າງຂວາງ ຫັນມາຮ່ວມມືກັນເພື່ອສົ່ງເສີມປະເທດລາວ ໃຫ້ມີຍືນຍົງ. ໂດຍການຮັບເອົາພະລັງງານສະອາດ ແລະ ການນຳໃຊ້ນະວັດຕະກໍາ, ພວກເຮົາສາມາດຮ່ວມມືກັນ ເພື່ອສົ່ງຜົນຕໍ່ສຸຂະພາບທີ່ດີ ແລະ ຍືນຍົງໃນອະນາຄົດ.

อาจเป็นรูปภาพของ 6 คน, เซกเวย์, สกูตเตอร์ และ ถนน

ກ່ຽວກັບ EMI:

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ (EMI) – www.emimfi.com ໃຫ້ບໍລິການດ້ານການເງິນຢ່າງຮັບຜິດຊອບໃນປະເທດລາວ. ມີຄວາມມຸ່ງໝັ້ນທີ່ຈະສົ່ງເສີມວຽກງານທາງດ້ານການເງິນ ແລະ ຄວາມຍືນຍົງ, EMI ສະໜອງຜະລິດຕະພັນເງິນກູ້ທີ່ເປັນນະວັດຕະກໍາ ເພື່ອແກ້ໄຂການຫຼຸດຜ່ອນລາຍຈ່າຍ​ ແລະ ມີໂຄງການໃຫ້ຄວາມຮູ້ທາງດ້ານການເງິນທີ່ອອກແບບມາເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ການຂະຫຍາຍຕົວຂອງເສດຖະກິດໃນຊຸມຊົນ.

อาจเป็นรูปภาพของ 14 คน และ ข้อความ

EMI ຍັງເປັນອົງກອນທີ່ສົ່ງເສີມວຽກງານດ້ານສິ່ງແວດ​ລ້ອມ ແລະ ສັງຄົມ, ລວມທັງນຳເອົາວຽກງານສີຂຽວເຂົ້າມານຳໃຊ້ໃນການດໍາເນີນງານຂອງອົງກອນ ເພື່ອບັນລຸແນວທາງ 3 ຍຸດທະສາດຄື: ຜົນໄດ້ຮັບທາງສັງຄົມ, ສິ່ງແວດລ້ອມ ແລະ ການເງິນ.

LEAVE A REPLY

Please enter your comment!
Please enter your name here