ປີໃໝ່ ຄວາມຊົງຈໍາໃໝ່: ​ບໍລິສັດ ເບຍລາວ ຈໍາກັດ ພູມໃຈ ທີ່ໄດ້ເປັນຜູ້ອຸປະຖໍາຫຼັກ ງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2025 ທີ່ຍິ່ງໃຫຍ່ ທີ່ສຸດໃນນະຄອນຫຼວງວຽງຈັນ

30 Dec 2024

ຄລິກແຊຣ໌ 0 Facebook WhatsApp

ປີໃໝ່ ຄວາມຊົງຈໍາໃໝ່: ​ບໍລິສັດ ເບຍລາວ ຈໍາກັດ ພູມໃຈ ທີ່ໄດ້ເປັນຜູ້ອຸປະຖໍາຫຼັກ ງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2025 ທີ່ຍິ່ງໃຫຍ່ ທີ່ສຸດໃນນະຄອນຫຼວງວຽງຈັນ ລະຫວ່າງວັນທີ 29-31 ທັນວາ 2024.

อาจเป็นรูปภาพของ วัด และ ข้อความ

ທ່ານຮູ້ ຫຼື ຍັງງານສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025 ຫຼື Vientiane Countdown 2025 ປີນີ້ ຈັດຍິ່ງໃຫຍ່ກວ່າທຸກໆປີທີ່ຜ່ານມາ, ໂດຍບໍລິສັດ ເບຍລາວ ຈໍາກັດ ພູມໃຈ ທີ່ໄດ້ເປັນຜູ້ໃຫ້ການ ສະໜັບສະໜູນຫຼັກ ມູນຄ່າຫຼາຍກວ່າ 2.5 ຕື້ກີບ, ເພື່ອສ້າງປະສົບການ ທີ່ໜ້າຈົດຈໍາ ໃຫ້ຄົນທີ່ເຂົ້າຮ່ວມງານ.

อาจเป็นรูปภาพของ 9 คน, ถนน และ ข้อความ

ພາຍໃນງານ ຈະມີກິດຈະກໍາຫຼາຍຢ່າງເຊັ່ນ: ການສະແດງໄຟ ຍ້ອມສີປະຕູໄຊ, ການບິນໂດຣນ, ການຈູດພຸ, ພ້ອມມີໂຊນຖ່າຍຮູບລານຫິມະຈຳລອງ, ອາຫານ, ເຄື່ອງດື່ມ ແລະ ດົນຕີເສບມ່ວນໆຕະຫຼອດງານ.

อาจเป็นรูปภาพของ 4 คน, การจัดแสง และ ต้นคริสต์มาส

ຢ່າລືມ ຢ່າພາດ ມາຮ່ວມງານ ແລະ ນັບຖອຍຫຼັງ ເຂົ້າສູ່ປີໃໝ່ໄປນໍາກັນ ກັບ Vientiane Countdown 2025 ລະຫວ່າງ ວັນທີ 29-31 ທັນວາ 2024 ຢູ່ບໍລິເວນ ປະຕູໄຊ ນະຄອນຫຼວງວຽງຈັນ.

อาจเป็นรูปภาพของ 2 คน และ ข้อความ

ເຂົ້າຮ່ວມງານຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍ.

อาจเป็นรูปภาพของ 1 คน

ລາຍລະອຽດເພີ່ມຕື່ມ ທ່ານສາມາດເຂົ້າໄປຕິດຕາມ ອັບເດດກິດຈະກໍາຕ່າງໆ ຂອງງານໄດ້ ທີ່ເຟສບຸກເພຈ໌:

Be lao by Beerlao

#Beerlao

#VientianeCountdown2025

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ