ປີໃໝ່ ຄວາມຊົງຈໍາໃໝ່: ບໍລິສັດ ເບຍລາວ ຈໍາກັດ ພູມໃຈ ທີ່ໄດ້ເປັນຜູ້ອຸປະຖໍາຫຼັກ ງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2025 ທີ່ຍິ່ງໃຫຍ່ ທີ່ສຸດໃນນະຄອນຫຼວງວຽງຈັນ ລະຫວ່າງວັນທີ 29-31 ທັນວາ 2024.
ທ່ານຮູ້ ຫຼື ຍັງງານສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025 ຫຼື Vientiane Countdown 2025 ປີນີ້ ຈັດຍິ່ງໃຫຍ່ກວ່າທຸກໆປີທີ່ຜ່ານມາ, ໂດຍບໍລິສັດ ເບຍລາວ ຈໍາກັດ ພູມໃຈ ທີ່ໄດ້ເປັນຜູ້ໃຫ້ການ ສະໜັບສະໜູນຫຼັກ ມູນຄ່າຫຼາຍກວ່າ 2.5 ຕື້ກີບ, ເພື່ອສ້າງປະສົບການ ທີ່ໜ້າຈົດຈໍາ ໃຫ້ຄົນທີ່ເຂົ້າຮ່ວມງານ.
ພາຍໃນງານ ຈະມີກິດຈະກໍາຫຼາຍຢ່າງເຊັ່ນ: ການສະແດງໄຟ ຍ້ອມສີປະຕູໄຊ, ການບິນໂດຣນ, ການຈູດພຸ, ພ້ອມມີໂຊນຖ່າຍຮູບລານຫິມະຈຳລອງ, ອາຫານ, ເຄື່ອງດື່ມ ແລະ ດົນຕີເສບມ່ວນໆຕະຫຼອດງານ.
ຢ່າລືມ ຢ່າພາດ ມາຮ່ວມງານ ແລະ ນັບຖອຍຫຼັງ ເຂົ້າສູ່ປີໃໝ່ໄປນໍາກັນ ກັບ Vientiane Countdown 2025 ລະຫວ່າງ ວັນທີ 29-31 ທັນວາ 2024 ຢູ່ບໍລິເວນ ປະຕູໄຊ ນະຄອນຫຼວງວຽງຈັນ.
ເຂົ້າຮ່ວມງານຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍ.
ລາຍລະອຽດເພີ່ມຕື່ມ ທ່ານສາມາດເຂົ້າໄປຕິດຕາມ ອັບເດດກິດຈະກໍາຕ່າງໆ ຂອງງານໄດ້ ທີ່ເຟສບຸກເພຈ໌: