ວັນທີ 19 ທັນວາ 2024 ນີ້ ທີ່ນະຄອນຊຽງໄຮ້, ສປ ຈີນ ໄດ້ມີພິທີລົງນາມເຊັນສັນຍາໂຄງການຊຳລະຂ້າມແດນລາວ-ຈີນ ຜ່ານ QR code ລະຫວ່າງບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ແລະ ບໍລິສັດ ຢູນຽນເພ ສາກົນ (UPI).
ພິທີເຊັນສັນຍາດັ່ງກ່າວ ຕາງໜ້າຝ່າຍລາວນຳພາໂດຍ ທ່ານ ມະໂນລິດ ຊຸມພົນພັກດີ ປະທານສະພາບໍລິຫານ ບໍລິສັດ LAPNet ແລະ ຕາງໜ້າຝ່າຍຈີນນຳພາໂດຍທ່ານ DONG junfeng ປະທານສະພາບໍລິຫານບໍລິສັດ UPI.

ການເຊັນສັນຍາຄັ້ງນີ້ ມີ ຄວາມໝາຍຄວາມສຳຄັນຍິ່ງ ໃນດ້ານການຮ່ວມມືຂອງສອງຝ່າຍ ກໍ່ເພື່ອສົ່ງເສີມການໃຫ້ບໍລິການການຊຳລະຂ້າມແດນຜ່ານ QR Code ທັງສອງປະເທດ ເພື່ອອຳນວຍຄວາມສະດວກລະຫວ່າງສະມາຊິກຂອງບໍລິສັດ LAPNet ແລະ ສະມາຊິກຂອງບໍລິສັດ UPI ຜ່ານ Unionpay application ນັ້ນກໍ່ເພື່ອອຳນວຍ ຄວາມສະດວກສະບາຍໃຫ້ແກ່ນັກທ່ອງທ່ຽວຈາກປະເທດຈີນ, ນອກນັ້ນຍັງສາມາດຮອງຮັບການຊຳລະຜ່ານກະເປົາເງິນອີເລັກໂຕຼນິກຫຼາຍກວ່າ 160 ກະເປົາໃນ 37 ປະເທດທົ່ວໂລກທີ່ເຂົ້າຮ່ວມໂຄງການກັບ UPI.

ການຮ່ວມມືກັນລະຫວ່າງ LAPNet ແລະ UPI ໃນການພັດທະນາລະບົບການຊຳລະລະຫວ່າງປະເທດ ໄດ້ກຳນົດອອກເປັນສອງໄລຍະຄື: ສຳລັບໃນໄລຍະທີ 1) ຈີນ ສະແກນ ລາວ ແມ່ນເປີດໃຫ້ບໍລິການຢ່າງເປັນທາງການ ໄປແລ້ວນັ້ນ ໂດຍມີຕົວແທນຮັບຊຳລະເປັນຮ້ານຄ້າຂອງ 8 ທະນາຄານທຸລະກິດທີ່ເປັນສະມາຊິກ ບໍລິສັດ LAPNet ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ທະນາຄານຮ່ວມພັດທະນາຈຳກັດ (JDB), ທະນາຄານ ສົ່ງເສີມກະສິກຳ ຈຳກັດ (APB), ທະນາຄານ ເອັສທີ ຈຳກັດ (STB), ທະນາຄານ ມາຣູຮານ ເຈແປນລາວ ຈໍາກັດ (MJBL), ທະນາຄານ ເອຊີລິດາລາວ ຈໍາກັດ (ACLEDA), ທະນາຄານ ພົງສະຫວັນ ຈໍາກັດ (PSV) ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈຳກັດ (LVB) ພ້ອມມີທ່າອ່ຽງທີ່ຈະມີການເພິ່ມຂຶ້ນຂອງທະນາຄານພາຍໃນລາວໃນອະນາຄົດອັນໃກ້ນີ້. ໂດຍຮູບແບບການຮັບຊຳລະ ແມ່ນຮັບຊຳລະຈາກນັກທ່ອງທ່ຽວຊາວຈີນ ແລະ ຕ່າງປະເທດໃນທົ່ວໂລກ ທີ່ນຳໃຊ້ e-wallet Unionpay App (China mainland) ແລະ Unionpay Mobile Wallet Connect (International) ມາຊຳລະຄ່າສິນຄ້າ ແລະ ບໍລິການ ພາຍໃນ ສປປ ລາວ.

ສຳລັບການພັດທະນາໃນໄລຍະທີ 2) ລາວ ສະແກນ ຈີນ ແມ່ນຈະເປີດໃຫ້ບໍລິການໃນໄວໆນີ້.
ຂີດໝາຍສຳຄັນຂອງການຮ່ວມມືໃນຄັ້ງນີ້ ກໍເພື່ອສະໜັບສະໜູນການໃຊ້ສະກຸນເງິນທ້ອງຖິ່ນຂອງທັງສອງປະເທດ ແລະ ຍັງເປັນບາດກ້າວສຳຄັນໃນການຍົກລະດັບລະບົບການຊຳລະຂອງ ສປປ ລາວ ໃນຂອບເຂດພາກພື້ນ.