ຜັກບົ້ງຈີນ ເປັນຜັກທີ່ຄົນນິຍົມຮັບປະທານ ເນື່ອງຈາກເປັນຜັກທີ່ຫາຊື້ໄດ້ ແລະ ມີຂາຍຕາມທ້ອງຕະຫຼາດທົ່ວໄປ, ເປັນຜັກທີ່ປູກໄດ້ງ່າຍ, ຈະເລີນເຕີບໂຕໄວ. ໄລຍະເວລາ ການປູກພຽງ 25-30 ວັນ ກໍ່ສາມາດເກັບກ່ຽວໄດ້ ແລະ ເປັນຜັກທີ່ປູກໄດ້ຕະຫຼອດປີ.
ວິທີການປູກຜັກບົ້ງຈີນ ມີ 2 ແບບຄື: 1. ການປູກແບບ ຫວ່ານ: ຈະຫວ່ານເມັດຜັກບົ້ງລົງໄປໃນແປງປູກເລີຍ ເອົາດິນໂຮຍຖົມບາງໆແລ້ວຫົດນໍ້າໃສ່; 2. ການປູກແບບຢອດ: ນໍາເມັດພັນໄປຢອດໃສ່ໜານ ຕາມເສັ້ນເຊືອກທີ່ເນັ່ງໄວ້ (ແບບເສັ້ນຊື່) ເພື່ອບໍ່ໃຫ້ເມັດໃກ້ກັນເກີນໄປແລ້ວກໍ່ ໂຮຍດິນຖົມ ແລະ ຫົດນໍ້າໃສ່ ເມື່ອເມັດ ຈະເລີນເຕີບໂຕກໍ່ຈະລຽງເປັນລະບຽບດີ.
■ຂັ້ນຕອນການປູກຜັກບົ້ງຈີນ:
- ຊື້ເມັດພັນຜັກບົ້ງຈີນຕາມຮ້ານຂາຍເຄື່ອງກະສິກຳທົ່ວໄປ ເມື່ອໄດ້ເມັດມາແລ້ວ ນຳມາແຊ່ນໍ້າ ປະມານ 48 ຊົ່ວໂມງ.
- ໄຖດິນກຽມກ່ອນປູກ, ຕາກແດດປະມານ 15-30 ວັນ
- ໄຖປີ້ນດິນອີກຮອບໜຶ່ງແລ້ວ ເຮັດແປງປູກ.
- ໃສ່ຝຸ່ນລົງໄປໃນແປງປູກ ແລະ ປະສົມໃຫ້ເຂົ້າກັນດີ.
- ປັບໜ້າດິນໃຫ້ພຽງສະເໝີກັນ ບໍ່ໃຫ້ເປັນຫຼຸບເປັນໂນນ ເພາະຈະເຮັດໃຫ້ຜັກບົ້ງ ເຕີບໂຕບໍ່ເທົ່າກັນ.
- ຈະປູກດ້ວຍການຫວ່ານເມັດ ຫຼື ຢອດເມັດກໍ່ໄດ້ ແລ້ວແຕ່ຄວາມຕ້ອງການ.
- ການກຳຈັດວັດສະພືດສາມາດເຮັດໄດ້ ດ້ວຍການພວນດິນ ແລະ ການຖອນ ດ້ວຍມື.
- ເປັນຜັກທີ່ຕ້ອງການນໍ້າສະໝໍ່າສະເໝີ ແຕ່ບໍ່ຄວນຫຼາຍເກີນໄປ ຈົນນໍ້າຂັງ ເພາະ ຈະເຮັດໃຫ້ຮາກຜັກບົ້ງເນົ່າ ແລະ ບໍ່ຈະເລີນເຕີບໂຕ, ຫົດນໍ້າທຸກວັນ, ວັນລະ 1- 2 ຄັ້ງ, ສຳຄັນຢ່າໃຫ້ຜັກບົ້ງຂາດນໍ້າ ເພາະຈະເຮັດໃຫ້ການຈະເລີນເຕີບໂຕບໍ່ມີຄຸນນະພາບ, ບໍ່ງາມ, ບໍ່ໜ້າຮັບປະທານ ແລະ ເວລາຂາຍຈະບໍ່ໄດ້ລາຄາດີ.
- ຜັກບົ້ງຈີນເປັນຜັກທີ່ ໃຫຍ່ໄວ, ປູກ 25-30 ວັນ ຫຼື ຕົ້ນສູງປະມານ 30-35 ຊັງຕີແມັດ ກໍສາມາດເກັບກ່ຽວໄດ້ແລ້ວ, ການເກັບກ່ຽວຄວນຫົດນໍ້າແປງປູກໃຫ້ຊຸ່ມ ເພື່ອຈະໄດ້ເກັບງ່າຍຂຶ້ນ, ເຮັດໃຫ້ຮາກຂາດງາຍ, ສະບັດດິນອອກ ແລະ ນຳໄປລ້າງອີກເທື່ອໜຶ່ງຈຶ່ງມັດຜັກບົ້ງເປັນມັດໆ ກ່ອນນຳໄປຈຳໜ່າຍຕໍ່ໄປ.
ສ່ວນສັບພະຄຸນກ່ຽວກັບ ຜັກບົ້ງຈີນ: ເປັນຜັກທີ່ມີແຄວຊຽມສູງ ຫຼາຍຄົນນໍາມາປຸງແຕ່ງປະກອບອາຫານ ຫຼື ກິນສົດ ເຊິ່ງມີປະໂຫຍດຕໍ່ສຸຂະພາບຫຼາຍເຊັ່ນ: ເຮັດໃຫ້ຜີວພັນເປັ່ງປັ່ງສົດໃສ, ຊ່ວຍສະລໍຄວາມແກ່, ຊ່ວຍປ້ອງກັນການເກີດພະຍາດມະເຮັງ, ຊ່ວຍບຳລຸງສາຍຕາ, ແກ້ຮ້ອນໃນ, ບຳລຸງເລືອດ, ຊ່ວຍເພີ່ມໃຫ້ຄວາມຈຳດີຂຶ້ນ, ແກ້ພະຍາດປະສາດ, ປ້ອງກັນພະຍາດເບົາຫວານ, ແກ້ອາການວິນຫົວ ແລະ ປວດຮາກ, ຊ່ວຍບຳລຸງກະດູກ ແລະ ແຂ້ວ, ຊ່ວຍຮັກສາອາການຮ້ອນໃນຢູ່ຜົ້ງປາກ, ຊ່ວຍໃຫ້ລະບົບຂັບຍ່ອຍສະດວກ, ແກ້ອາການໄອຊໍ້າເຮື້ອ, ແກ້ອາການ ເປັນລົງຂາວຂອງເພດຍິງ, ຊ່ວຍຕ້ານແບັກທີເລຍ ແລະ ຊ່ວຍໃຫ້ຈະເລີນອາຫານດີຂຶ້ນ.
(ຂໍ້ມູນ: ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ)