ຕາມການສຳຫຼວດຂອງBloomberg ເຊິ່ງເປັນບໍລິສັດໃຫ້ບໍລິການທາງດ້ານການເງິນ, ສື່ມວນຊົນ ແລະ ຊັອຟແວຄອມພິວເຕີ ລະບຸວ່າ:ເສດຖະກິດເອີໂຣໂຊນ (Eurozone) ຄາດຄະເນວ່າຈະຂະຫຍາຍຕົວຕ່ຳກວ່າທີ່ໄດ້ຄາດຄະເນໄວ້ໃນປີ 2025 ແລະ ເພີ່ມຂຶ້ນພຽງເລັກໜ້ອຍເມື່ອທຽບໃສ່ປີ 2024.
ນັກວິເຄາະທີ່ເຂົ້າຮ່ວມການສຳຫຼວດຄາດຄະເນວ່າ: ເສດຖະກິດເອີໂຣໂຊນ ຈະຂະຫຍາຍຕົວ 1% ໃນປີ 2025, ສູງກວ່າປີນີ້ 0,8% ແຕ່ຕ່ຳກວ່າການຄາດຄະເນກ່ອນໜ້ານີ້ 1,2%. ການຄາດຄະເນສໍາລັບປີ 2026 ຍັງຫຼຸດລົງເປັນ 1,2% ຈາກ 1,4%.
ສຳລັບເຢຍລະມັນ ເສດຖະກິດພວມປະເຊີນກັບການຫຼຸດລົງເປັນເວລາດົນນານຂອງການຜະລິດຕົ້ນຕໍ, ນັກເສດຖະສາດຄາດຄະເນວ່າຈະເຕີບໂຕພຽງ 0,4% ໃນປີ 2025 ແລະ 1% ໃນປີ 2026 ເຊິ່ງຈະຫຼຸດລົງ 0,3% ຕໍ່ປີ.
ອີງຕາມການສໍາຫຼວດ, ນັກເສດຖະສາດຄາດວ່າອັດຕາເງິນເຟີ້ຈະບັນລຸ 2% ໃນໄຕມາດທີສອງຂອງປີ 2025 ກ່ອນທີ່ຈະຫຼຸດລົງເຖິງ 1,9% ໃນປີຕໍ່ໄປ. ອັດຕາເງິນເຟີ້ຫຼັກໜຶ່ງໃນຄວາມກັງວົນທີ່ຍັງເຫຼືອຂອງທະນາຄານກາງເອີຣົບ (ECB) ຄາດວ່າຈະຫຼຸດລົງໄວກວ່າການສໍາຫຼວດທີ່ຜ່ານມາ, ບັນລຸ 2% ໃນໄຕມາດທີສາມຂອງປີ 2025.