ປີ 2024 ການສົ່ງອອກ-ນຳເຂົ້າ ຂອງຫວຽດນາມ ຄາດວ່າຈະບັນລຸ 782 ຕື້ໂດລາ

0
53

ວິທະຍຸກະຈາຍສຽງ ຫວຽດນາມລາຍງານວ່າ: ກົມໃຫຍ່ພາສີ ຫວຽດນາມ ໄດ້ປະກາ ຕົວເລກຫຼ້າສຸດໃຫ້ຮູ້ວ່າ: ຍອດວົງເງິນ ສົ່ງອອກ – ນຳເຂົ້າ ຂອງ ຫວຽດນາມ ບັນລຸ 745 ຕື້ ໂດລາສະຫະລັດ ໃນໄລຍະ ແຕ່ວັນທີ 1 ມັງກອນ – 14 ທັນວາ ເຕີບໂຕຫຼາຍກວ່າ 15% ເມື່ອທຽບໃສ່ປີກາຍ.

อาจเป็นรูปภาพของ โรงพยาบาล

ໃນນີ້ການສົ່ງອອກ ບັນລຸ 384 ຕື້ໂດລາສະຫະລັດ ເພີ່ມຂຶ້ນ ເກືອບ 14,5%, ສ່ວນການນຳເຂົ້າ ບັນລຸເກືອບ 361 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 16,3%.

ມູນຄ່າສິນຄ້າ ຜ່ານແດນກໍເຕີບໂຕຢ່າງແຮງ ຢູ່ທັງສອງສົ້ນ ແລະ ດຸ່ນການຄ້າສິນຄ້າຂອງ ຫວຽດນາມ ມີສ່ວນເກີນ 23,4 ຕື້ໂດລາສະຫະລັດ.

ບົນພື້ນຖານນັ້ນ, ກົມໃຫຍ່ພາສີ ຄາດຄະເນວ່າ ວົງເງິນສົ່ງອອກ-ນຳເຂົ້າທັງປີ 2024 ຈະບັນລຸໄດ້ປະມານ 782 ຕື້ ໂດລາສະຫະລັດ  ເຊິ່ງຄາດວ່າຈະເກີນດຸ່ນປະມານ23,5 ຕື້ ໂດລາສະຫະລັດ.

LEAVE A REPLY

Please enter your comment!
Please enter your name here